李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟິ​ລິ​ບ​ປິນ​ຫຍໍ້ເວ​ລາ​ອອກ​ໜັງ​ສື​ຜ່ານ​ແດນ​ໃຫ້​ສັ້ນ​ເຂົ້າ

2018-10-10 16:17:45 cri

    ວັນ​ທີ 10 ຕຸ​ລານີ້, ສະ​ຖານ​ທູ​ຈີນ​ປະ​ຈຳ​ຟິ​ລິບ​ປິນ​ລາຍ​ງານ​ວ່າ: ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ໃນ​ການ​ຂໍ​ໜັງ​ສື​ຜ່ານ​ແດນ, ນັບ​ແຕ່​ວັນ​ທີ 15 ຕຸ​ລາ​ປີນີ້​ເປັນ​ຕົ້ນ​ໄປ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟິ​ລິ​ບ​ປິນ​ຈະ​​ຫຍໍ້​ເວ​ລາ​ອອກ​ໜັງ​ສື​ຜ່ານ​ແດນ​ໃຫ້​ສັ້ນ​ເຂົ້າ, ປ່ຽນ ແລະ ອອກ​ໜັງ​ສື​ຜ່ານ​ແດນ​ໃຫ້​ຜູ້​​ເຮັດ​ເສຍ​ສັ້ນ​ສັ້ນ​ລົງ 10 ວັນ​ຕາມ​ເວ​ລາ​ລັດ​ຖະ​ການ.

    ສະ​ຖານ​ທູດ​ຈີນ​ໄດ້​ອອກ​ແຈ້ງ​ການ​ໃຫ້​ພົນ​ລະ​ເມືອງ​ຈີນ​ທີ່​ຢູ່​ຟິ​ລິບ​ປິນ​ເອົາ​ໃຈ​ໃສ່​​ເບິ່ງສະ​ພາບ​​ປຶ້ມ​ໜັ​ງ​ສື​ຜ່ານ​ແດນ​ຂອງ​ຕົນ, ຖ້າ​ເວ​ລາ​​ກຳ​ນົດໝົດ​ອາ​ຍຸເຫຼືອ​ບໍ່​ຮອດ 1 ປີ, ຫຼື​ໃບ​ວີ​ຊາ​ໃກ້​ຈະ​ໃຊ້​ໝົດ, ຫຼື​ໜ້າ​ຕາ​ຂອງ​ຜູ້​ຖືໜັງ​ສື​ຜ່ານ​ແດນ​ຫາກ​ມີ​ການ​ປ່​ຽນ​ແປງ​ອ່າວຫຼາຍ, ກະ​ລຸ​ນາ​ໄປ​ຂໍ​ປ່ຽນ​ເຫຼັ້ມ​ໃໝ່ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ກະ​ທົບ​ເຖິງ​ການ​ເດີນ​ທາງ​ຂອງ​ຕົນ.

ຄຳ​ເຫັນ

0