李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ປັບ​ຫຼຸດ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີນີ້​ແລະ​ປີ​ໜ້າ

2018-10-10 16:16:33 cri

    ວັນ​ທີ 8 ຕຸ​ລານີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ໄດ້​ປະ​ກາດ​ວ່າ ຈະ​ປັບ​ການ​ຄາດຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີນີ້​ແລະ​ປີ​ໜ້າ​ໃຫ້ຫຼຸດ​ລົງ​ເຫຼືອ 3,7% ແລະ​ເຕືອນ​ວ່າ, ສະ​ຖາ​ນະ​ການ​ການ​ຄ້າ​ທີ່​ເຄັ່ງ​ຕຶງ​ຂຶ້ນ​​ເປັນ​ໄພ​ຂົ່ມ​ຂູ່​ຕົ້​ນ​ຕໍ​​ຕໍ່​ເສດ​ຖະ​ກິດ​ໂລກ​ທີ່​ພວມ​ຜະ​ເຊີນຢູ່.

    ໃນ​ບົດ​ລາຍ​ງານ​ສະ​ບັບຫຼ້າ​ສຸດ​ຂອງ IMF ໄດ້​ຄາດ​ຄະ​ເນວ່າ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ໃນ​ປີ 2018 ​ຈະ​ບັນ​ລຸ 2,4%, ໃນ​ນັ້ນ ອາ​ເມ​ຣິ​ກາ​ 2,9%, ເຂດ​ໃຊ້​ເງິນ​ເອີ​ໂຣ​ 2%, ຍີ່​ປຸ່ນ​ 1,1%. ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ຕະຫຼາດ​ທີ່​ຈະ​ເລີນ​ໃໝ່​ແລະ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ໃນ​ປີ 2018 ຈະ​ບັນ​ລຸ 4,7%, ໃນ​ນັ້ນ ຈະ​ຮັກ​ສາ​ການ​ຄາດ​​ຄະ​ເນຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ຈີນ​ໃນ​ປີນີ້​ຢູ່​ໃນ​ລະ​ຫວ່າງ 6,6% ໂດຍ​ບໍ່​ປ່ຽນ​ແປງ.

    ບົດ​ລາຍ​ງານ​ສະ​ເໜີ​ວ່າ, ເພື່ອ​ປົກ​ປັກ​ຮັກ​ສາ​ແລະ​ເປີດກວ້າງ​ຜົນ​ປະ​ໂຫຍດ​ທີ່​ໄດ້​ມາ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ການ​ຄ້າ​ສາ​ກົນ​ທີ່​ມີ​ກະ​ຕິ​ກາ​ເປັນ​ພື້ນ​ຖານ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ, ບັນ​ດາ​ປະ​ເທດ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ກັນ, ຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ໃຫ້​ຕ່ຳ​ລົງ​ຕື່​ມ​ອີກ ແລະ ແກ້​ໄຂ​ຄວາມ​ຂັ​ດ​ແຍ້ງ​ກັນ​ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ບໍ່​ເພີ່ມ​ກຳ​ແພງ​ການ​ຄ້າ​ທີ່​ມີ​ລັກ​ສະ​ນະ​ບິດ​ເບືອນ.

ຄຳ​ເຫັນ

0