尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ຈະ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ-ເອີ​ຣົບ

2018-10-10 16:17:46 cri

ຕາມ​ຂ່າວCRI, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນຂອງ​ຜູ້​​ນຳ​ຕັດ​ຈີ​ກີດສະ​ຖານ,ໂຮນ​ລັງ​,ແບນ​ຊິກ​ແລະ​ສະ​ຫະ​ພາບ​ເອີ​ຣົບ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ-​ເອີ​ຣົບ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 19 ຕຸ​ລາ​ນີ້,ພ້ອມ​ທັງ​ຈະເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ນາ​ຍົກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ດູ​ຊັນ​ແບ​ແລະກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອາ​ຊີ​-ເອີ​ຣົບ​ທີ່​ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງບ​ຣຸກ​ແຊນ.
 

ວັນ​ທີ 9 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໂດຍ​ໄດ້​ແນະ​ນຳວຽກ​ງານທີ່​ກ່ຽວ​ຂ້ອງ​ແລະ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແລ​ະ​ໄດ້​ກ່າ​ວວ່າ: ໃນການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ-​ເອີ​ຣົບ​ຄັ້ງ​ນີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ.
 

ທ່ານ ຈ່າງ​ຈຸ່ນ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ ຫຼີ​ເຄີ້​ສຽງ ຈະກ່າວ​ປາ​ໄສ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ອາ​ຊີ​-ເອີ​ຣົບ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ພາຍ​ໃຕ້​ສະ​ພາບ​ການ​ໃໝ່,ສະ​ເໜີ​ຂໍ້​ລິ​ເລີ່ມ​ທີ່​ຈີນ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ອາ​ຊີ-​ເອີ​ຣົບ,ພ້ອມ​ທັງ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ ​ໃນ​ສາ​ກົນ​ແລະ​ພາກ​ພື້ນ. ນອກ​ນີ້, ທ່ານ ຫຼີ​ເຄີ້​ສຽງ ຍັງ​ຈະ​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ຫຼາຍ​ປະ​ເທດ​ອີກ​ດ້ວຍ.

ຄຳ​ເຫັນ

0