尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ສາ​ສະ​ໝັກງວດ​ທຳ​ອິດ 22 ຄົນ​ໄປ​ປະ​ຈຳການ​ຢູ່​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ

2018-10-11 15:53:35 cri

ໜັງ​ສື​ພິມ​ປັກ​ກິ່ງ​ລາຍ​ວັນ​ຂອງ​ຈີນ​ໃຫ້​ຮູ້​ວ່າ: ງານ​ສົນ​ທະ​ນາ “​ເຊີດ​ຊູຈິດ​ໃຈ​ອາ​ສາ​ສະ​ໝັກ ຊ່ວຍ​​ໜູນງານ​ໂອ​ລິມ​ປິກ​ລະ​ດູ​ໜາວ 2022” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຫ່ງ ສ​ປ ຈີນ​ໃນ​ວັນ​ທີ 10 ຕຸ​ລາ​ນີ້. ​ຕາມ​ຂ່າວ​ໃຫ້​ຮູ້​ວ່າ: ນະ​ຄອນ​ຫຼວງປັກ​ກິ່ງ​ແລະ​ແຂວງ​ເຮີ​ເປີຍ​ສ້າງ​ໜ່ວຍ​ງານອາ​ສາ​ສະ​ໝັກ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ,ອາ​ສາ​ສະ​ໝັກ​ຊາວ​ໜຸ່ມງວດ​ທຳ​ອິດ 22 ຄົນ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຢູ່​ສອງ​ແຫ່ງ​​ດັ່ງ​ກ່າວໄດ້​ໄປ​ປະ​ຈຳ​​ການຢູ່​ຄະ​ນະ​​ກຳ​ມະ​ການຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ເລີ່ມ​ໃຫ້​ບໍ​ລິ​ການ​ແລ້ວ.
 

ຂ່າວ​ແຈ້ງວ່າ: ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ພວມ​ຮ່າງ​ເອ​ກະ​ສານພື້ນ​ຖານ​​ຕ່າງໆ​ເຊັ່ນ:“ແຜນ​ການ​ດຳ​ເນີນ​ງານ​ການ​ບໍ​ລິ​ການ​ຂອງ​ອາ​ສາ​ສະ​ໝັກ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງປີ 2022” ແລະ “ຂໍ້​ກຳ​ນົດ​ກ່ຽວ​ກັບການ​ບໍ​ລິ​ການ​ຂອງ​ອາ​ສາ​ສະ​ໝັກ​​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ”ເປັນ​ຕົ້ນ,ຫວັງ​ວ່າ​ຊາວ​ໜຸ່ມ​ທັງ​ຫຼາຍ​ໂດຍ​ສະ​ເພາະ​ແມ່ນ​ນັກ​ສຶກ​ສາ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ສາ​ມາດ​ສະ​ເໜີ​ຊື່​ເຂົ້າ​ຮ່ວມຄັດ​ເລືອກ​ຢ່າງ​ຕັ້ງ​ໜ້າ. ການ​ຄັດ​ເລືອກ​ອາ​ສາ​ສະ​ໝັກ​ຂອງ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຍັງ​ຈະ​ດຶງ​ດູດ​ອາ​ສາ​ສະ​ໝັກ​ຈາກ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ກໍ​ຄື​ອາ​ສາ​ສະ​ໝັກ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ,ແລະ​ໄດ້​ລະ​ດົມ​ໃຫ້​ວົງ​ການ​ຕ່າງໆ​​ຂອງ​ສັງ​ຄົມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ບໍ​ລິ​ການ​​​ຂອງອາ​ສາ​ສະ​ໝັກ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ຄຳ​ເຫັນ

0