蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ຣັດ​ເຊຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ​ຄວນ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ດ້ວຍ​ວິ​ທີ​ທາງ​ການ​ທູດ​ໂດຍ​ສັນ​ຕິ

2018-10-11 15:25:32 CRI

ວັນ​ທີ 9 ຕຸ​ລາ​ນີ້, ທ່ານ​ຂົງ​ຊວນ​ຢົ້ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ອີ​ໂກ ມໍ​ກູ​ລົ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ແລະ ທ່ານ​ເຈ​ຊຸນ​ຮຸຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ​ໄດ້​ເຈ​ລະ​ຈາ​ກັນ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ ໂດຍ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 10 ຕຸ​ລາ​ນີ້​ວ່າ, ການ​ເຈ​ລະ​ຈາ​ຄັ້ງ​ນີ້​ໄດ້​ສົ່ງ​ສັນ​ຍານ​ອອກ​ມາ​ວ່າ, ຄວນ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ດ້ວຍ​ວິ​ທີ​ທາງ​ການ​ທູດ​ໂດ​ຍ​ສັນ​ຕິ. ທ່ານ​ກ່າວ​ຕື່ມ​ວ່າ: “ສາມ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ໄດ້​ປາ​ກົດ​ມີ​ທ່ວງ​ທ່​າ​ຂະ​ຫຍາຍ​ຕົວ​ທີ່​ຕັ້ງ​ໜ້າ​ໃນ​ໄລ​ຍະ​ໜຶ່ງ​ມາ​ນີ້ ແລະ​ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຝ່າຍ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ຈາກ​ທາງ​ການ​ເມືອງ. ສາມ​ຝ່າຍ​ເຫັນ​ວ່າ, ຄວນ​ຊຸກ​ຍູ້​ຂະ​ບວນ​ການ​ປອດ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ແລະ ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ຢູ່​ແຫຼມ​ເກົາຫຼີ​ຢ່າງ​ດຸນ​ດ່ຽງ​ກັນ. ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວ​ນ​ຮັກ​ສາ​ທ່ວງ​ທ່າ​ສົນ​ທະ​ນາ​ກັນ, ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ, ເດີນ​ໄປ​ຕາມ​ທິດ​ທາງ​ທີ່​ຄື​ກັນ, ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ແຫຼາ​ເກົາຫຼີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ​ຢູ່​ແຫຼມ​ເກົາຫຼີ ​ແລະ ພາກ​ພື້ນ”.

ຄຳ​ເຫັນ

0