蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີ​ນ​ແລະ​ອາ​ຊຽນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ແຮງ​ງານ​ທາງ​ທະ​ເລ​ສາ​ກົນ​ຄັ້​ງ​ທຳ​ອິດ

2018-10-11 15:26:33 CRI

ຕາມ​ຂ່າ​ວ​ສານ​ຈີນ: ກອງ​ປະ​ຊຸມ​ສຳ​ມະ​ນາການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ແຮງ​ງານ​ທາງ​ທະ​ເລ​ສາ​ກົນ​​ຈີນ-ອາ​ຊຽນ​ຄັ້​ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​ຈີນ​ໃນ​ວັນ​ທີ 10 ຕຸ​ລາ​ນີ້ ໂດຍ​ມີ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຈາກ 9 ປະ​ເທດ​ອາ​ຊຽນ ເຊັ່ນ: ລາວ, ກຳ​ປູ​ເຈຍ ເປັນ​ຕົ້ນ ພ້ອມ​ທັງ​ຜູ້​ຕາງ​ໜ້າຈາກ​ອົງ​ການ​ແຮງ​ງານ​ສາ​ກົນ, ​ຜູ້​​ຕາງ​ໜ້າວິ​ທະ​ຍາ​ໄລ​ທີ່​ກ່ຽວ​ຂ້ອງ​, ຜູ້​​ຕາງ​ໜ້າວົງ​ການ​ປະ​ກັ​ນ​ໄພ ແລະ ວົງ​ການ​ເດີນ​ເຮືອ​ເປັນ​ຕົ້ນ​ທັງ​ໝົດ 50 ກວ່າ​ຄົນ​ເຂົ້າ​ຮ່ວມ.

​ໃນກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ​ຜູ້​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຕ່າງໆ ເຊັ່ນ: ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໃນ​ການ​ປະ​ຕິ​ບັດ “ສົນ​ທິ​ສັນ​ຍາ​ແຮງ​ງານ​ທາງ​ທະ​ເລປີ 2006”, ກົນ​ໄກ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ກ່ຽວ​ກັບ​​ຮ່າງຍັດ​ຕິ​ຂອງ​ສົນ​ທິ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ, ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສະ​ບັບ​ດັດ​ແກ້​ປີ 2014 ແລະ ກົນ​ໄກ​ປະ​ຕິ​ບັດ​ງານ​ໃນ​ການ​ຊ່ວຍ​ເຫຼືອ​ແຮງ​ງານ​ທາງ​ທະ​ເລ​ທີ່​ຖືກ​ປະ​ຖິ້ມ​ເປັນ​ຕົ້ນ. ​ຜ່ານ​ຈາກ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ, ທັງປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແຮງ​ງານ​ທາງ​ທະ​ເລ​ຢ່າງ​ແທ້​ຈິງ ແລະ ເພີ່ມ​ຄວ​າມ​ມີ​ຊີ​ວິດ​ຊີ​ວາໃໝ່​ໃຫ້​ແກ່​ການ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ”.

ຄຳ​ເຫັນ

0