李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ຊຸດ​ອົບ​ຮົມ​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ​ລາວ 2018

2018-10-11 16:26:48 cri

    ຊຸດ​ອົບ​ຮົມ​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ​ລາວ 2018 ທີ່​​ກະ​ຊວງ​ການ​ຄ້າ​ຈີນເປັນ​ເຈົ້າ​ພາບ ແລະ​ຈັດ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແກັ​ສ​ຊີ​ວະ​ພາບ​ກະ​ຊວງ​ກະ​ສິ​ກຳ​ຈີນນັ້ນ ໄດ້​ຈັດ​ພິ​ທີ​ເປີດ​ຊຸດ​​ອົບ​ຮົມຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 10 ຕຸ​ລານີ້.

    ຂ່າວ​ແຈ້ງວ່າ, ນັບ​ແຕ່​ວັນ​ທີ 9 ຕຸ​ລາ​ເຖິງວັນ​ທີ 3 ທັນ​ວາ​ປີນີ້, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ນັກ​ວິ​ຊາ​ການ​ຂອງ​ລາວ 100 ຄົນ​ທີ່​​ເຮັດ​ວຽກ​ງານ​ຄົ້ນ​ຄວ້າ, ຜະ​ລິດ, ໂຄ​ສະ​ນາ​ເຜີຍ​ແຜ່ ແລະ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ພະ​ລັງ​ງານ, ສິ່ງ​ແວດ​ລ້ອມ ແລະ​ກະ​ສິ​ກຳ ຈະ​ໄດ້​ຮັບ​ການ​ອົບ​ຮົມ​ໃນ​ດ້ານ​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ, ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຍັງ​ຈະ​ປຶກ​ສາ​ຫາ​ລືກັບ​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ແລະ​ພາກ​ສ່ວນ​ຕ່າງໆ​ຂອງ​ລາວ​ເພື່ອ​ສຳຫຼວດ​ສະ​ພາບ​ການ​ພັດ​ທະ​ນາ​ແກັ​ສ​ທຳ​ມະ​ຊາດ​ຂອງ​ລາວ.

ຄຳ​ເຫັນ

0