刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​​ຍັງ​ຄົງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ​ສອງ​ຂອງ​ຈີນ

2018-10-12 16:06:31 CRI

 

ວັນ​ທີ 12 ຕຸ​ລາ​ນີ້, ທ່ານລີ​ຂຸຍ​ເວີນ ໂຄ​ສົກ​ອົງ​ການ​ພາ​ສີ​ຈີນ​ກ່າວ​ຢູ່​ປັກ​ກິ່ງວ່າ: ອີງ​ຕາມ​ສະ​ຖິ​ຕິໃນ 3 ໄຕ​ມາດ​ປີ​ນີ້ຂອງ​ດ່ານ​ພາ​ສີ, ​ຈີນ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ​ໄປ​ອາ​ເມ​ຣິ​ກາ​ບັນ​ລຸ​ 3060 ຕື້ຢວນ, ເພີ່ມ​ຂຶ້ນ 6,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ​ກວມ 13,8% ຂອງຍອດ​ມູນ​ຄ່າ​ການ​ຄ້າ​​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ. ອາ​ເມ​ຣິ​ກາ​ຍັງຄົງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ​ສອງ​ຂອງ​ຈີນ.

ທ່ານ​ລີ​ຂຸຍ​ເວີນ​ເຫັນ​ວ່າ, ການ​ຄ້າ​ຈີນ-ອາ​ເມ​​ຣິ​ກາສາ​ມາດ​ຊ່ວຍ​ຊູ້​ຍູ້​ໜູນ​ກັນ, ​ທາງເລືອກ​ຂອງ​ຕະຫຼາດ​ໄດ້​ເຮັດ​​ໃຫ້ສອງ​ປະ​ເທດ​ກາຍ​ເປັນ​ໂຄງ​ປະ​ກອບ​ທີ່​​ຕ່າງ​ຝ່າຍ​ຕ່າງ​ອາ​ໄສ​ກັນ. ຈີນ​ມີ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຖ້ວນ​ແລະ​ມີ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ທີ່​ເຂັ້ມ​ແຂງ, ຕະຫຼາດ​ອາ​ເມ​ລິ​ກາ​​ກໍ​ໄດ້​ອາ​ໄສ​​ຜະ​ລິດ​ຕະ​ພັນ​ຂອງ​ຈີນຫຼາຍ​ສົມ​ຄວນ.

ຄຳ​ເຫັນ

0