刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດລົດ BMW ເພີ່ມ​ມູນ​ຄ່າ​ການ​ລົງ​ທຶນ​ຢູ່​ຈີນ​ອີກ 23 ຕື້ຢວນ

2018-10-12 14:38:18 CRI

 

ວັນ​ທີ 11 ຕຸ​ລາ​ນີ້, ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຍຸດ​ທະ​ສາດ​ຈີນ​ຂອງ​ກຸ່ມ​ບໍ​ລິ​ສັດ​ລົດ BMW ເຢຍ​ລະ​ມັນ​ໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ເສີນ​ຢາງ​ຂອງ​ຈີນ. ກຸ່ມ​ບໍ​ລິ​ສັດ​ລົດ BMW ເຢຍ​ລະ​ມັນ ແລະ​ກຸ່ມ​ບໍ​ລິ​ສັດ​ລົດ BMW ຮົວ​ເ​ສິນ​ຈີນຈຳ​ກັດ​ຮ່ວມ​ກັນ​ປະ​ກາດ​ວ່າ: ສອງ​ຝ່າຍ​ຈະຕໍ່​ສັນ​ຍາ​ຮ່ວມ​ທຶນ​​ໄປຮອດ​ປີ 2040, ​ກຸ່ມ​ບໍ​ລິ​ສັດ​ລົດ BMW ເຢຍ​ລະ​ມັນ​ຈະ​ເພີ່ມ​ມູນ​ຄ່າ​ການ​ລົງ​ທຶນ​ອີກ 23 ຕື້ຢວນ​ໃຫ້​ແກ່​ບໍ​ລິ​ສັດ​ຮົວ​​ເສິນ​ຈີນ​ ເພື່ອ​ໃຊ້​ໃນ​ການ​ສ້າງ​ໂຮງ​ງານການ​ຜະ​ລິດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ແລະ​ທີ່​ຈະ​ສ້າງ​ໃໝ່.

ມື້​ດຽວ​ກັນ, ບໍ​ລິ​ສັດ​ຮົວ​ເສິນ​ໄດ້​ປະ​ກາດ​ແຜນ​ການ​ຂະ​ຫຍາຍ​ການກໍ່​ສ້າງ​ໃໝ່ ເຊິ່ງ​ລວມ​ທັງ​ການ​ຕໍ່​ສັນ​ຍາກ່ອນ​ເວ​ລາ​ກຳ​ນົດ, ການລົງ​ມື​ສ້າງ​ໂຮງ​ງານ​ໃໝ່​ເຖຍ​ຊີ່​ແລະ​ການ​ປັບ​ປຸງ​ແລະ​ຍົກ​ລະ​ດັບ​ໂຮງ​ງານ​ຕ້າ​ຕຸ່ງ, ການ​ເພີ່ມ​ງົບ​ປະ​ມານ​ລົງ​ທຶນພ້ອມ​ດ້ວຍ​ແຜນ​ການ​ໃນ​ອະ​ນາ​ຄົດ​ຕ່າງໆ. ຂ່າວ​ແຈ້ງວ່າ, ໃນ 3-5 ປີ​ຕໍ່ໜ້າ​ນີ້, ບໍ​ລິ​ສັດ​ຮົວ​ເສີນ​ຈະ​ເພີ່ມ​ການ​ຜະ​ລິດ​ລົດ BMW​ ໃຫ້​​ເຖິງ 650, 000 ຄັນ​ຕໍ່​ປີ​ເປັນ​ກ້າວໆ ທັງ​ຈະ​ສ້າງວຽກ​ເຮັດ​ງາມ​ທຳໃໝ່ 5000 ​​ຕຳ​ແໜ່ງ​ງານ​.

ຄຳ​ເຫັນ

0