覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານ​ໄປ​ສະ​ນີ​ຈີນ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຂັ້ນ​ເປັນ​ປະ​ຫວັດ​ການ

2018-10-12 09:51:08 cri

ອົງ​ການ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 11 ຕຸ​ລາ​ນີ້​ວ່າ: ໃນ​ໄລ​ຍະ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ມາ​ນີ້, ວຽກ​ງານ​ໄປ​ສະ​ນີ​ຂອງ​ຈີນ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຂັ້ນ​ເປັນ​ປະ​ຫວັດ​ການ.
 

 ທ່ານ​ນາງເສິນ​ຫົງ​ຢ້ຽນ ​ໂຄ​ສົກ​ອົງ​ການ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ: ປີ 1978, ລາຍ​ຮັບ​ດ້ານ​ໄປ​ສະ​ນີ​ຂອງ​ຈີນ​ມີ​ພຽງ​ແຕ່ 500 ລ້ານຢວນ​ເທົ່າ​ນັ້ນ, ຮອດ​ປີ 2017, ລາ​ຍ​ຮັບ​ຈາກ​ທຸ​ລະ​ກິດ​ໄປ​ສະ​ນີ​ໄດ້​ບັນ​ລຸ 660 ຕື້ກວ່າ​ຢວນ, ເພີ່ມ​ຂຶ້ນ 1290 ເທົ່າ.
 

 ມາ​ຮອດ​ປີ 2017, ຂະ​ແໜງ​ການ​ໄປ​ສະ​ນີ​ຂອງ​ຈີນ​ມີ​ ສາ​ຂາໄປ​ສະ​ນີ​ປະ​ເພດ​ຕ່າງ​ໆ 270.000 ກວ່າ​ແຫ່ງ, ​ເພີ່ມ​ຂຶ້ນເປັນ 5,6 ເທົ່າ​ຂອງ​ປີ 1978. ແຕ່​ລະ​ປີ,​ໄດ້ປະ​ກອບ​ສ່ວນເຮັດ​ໃຫ້​ມູນ​ຄ່າ​ຂາຍ​ຍ່ອຍ​ທາງ​ອິນ​ເຕີ​ເນັດ​ຂ້າມ​ຊາດ​ບັນ​ລຸຫຼາຍກວ່າ 100 ຕື້ຢວນ, ປະ​ກອບ​ສ່ວນເຮັດ​ໃຫ້​ມູນ​ຄ່າ​ຂາຍ​ຍ່ອຍ​ທາງ​ອິນ​ເຕີ​ເນັດ​ບັນ​ລຸຫຼາຍກວ່າ 5.000 ຕື້ຢວນ  ກວມຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ບໍ​ລິ​ໂພກ​ອຸ​ປະ​ໂພກ​ທົ່ວ​ປະ​ເທດຫຼາຍກວ່າ 15%. ຂະ​ແໜງ​ການ​ສົ່ງ​​ສິນ​ຄ້າ​ດ່ວນໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ການ​ບໍ​ລິ​ໂພກຫຼາຍກວ່າ 30%, ປະ​ກອບ​ສ່ວນໂດຍທາງ​ອ້ອມ​ຕໍ່​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດຫຼາຍກວ່າ 20%, ແລະ​ໄດ້​ກາຍ​ເປັນ​ຕົວ​ແທນ​ໃຫ້​ແກ່​ເສດ​ຖະ​ກິດ​ໃໝ່​ຂອງ​ຈີນ​ແລະ​ເປັນ​ກຳ​ລັງ​​ໃໝ່​ທີ່ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​​ພັດ​ທະ​ນາເສດ​ຖະ​ກິດ.  

ຄຳ​ເຫັນ

0