黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈັດ​ພິທີ​ລະນຶກ​ວັນ​ຄົບຮອບ 2 ປີ​ຂອງ​ການ​ສະຫວັນ​ນະ​ຄົດ​ຂອງ​ອະ​ດີດເຈົ້າຊີວິດ

2018-10-15 15:27:47 CRI

ວັນ​ທີ 13 ຕຸລາ​ນີ້​ເປັນ​ວັນ​ຄົບຮອບ 2 ປີ​ຂອງ​ການ​ສະຫວັນ​ນະ​ຄົດ​ຂອງ​ພະ​ບາດ​ສົມ​ເດັດພູມີ​ພົນ ອະດຸນ​ຍະ​ເດດ ອະດີດ​ເຈົ້າຊີວິດ​ໄທ  ​ແລະ ​ໃນ​ວັນ​ດັ່ງກ່າວ, ​ແຫ່ງ​ຕ່າງໆ​ຂອງ​ໄທ​ກໍ​ໄດ້​ຈັດ​ພິທີ​ ​ໂດຍ​ປະຊາຊົນ​ຕ່າງ​ກໍ​ໃສ່​ຊຸດ​ສີ​ເຫຼືອງ ​ເພື່ອລະນຶກ​​ເຖິງພະ​ບາດສົມ​ເດັດ​ພູມີ​ພົນ ອະດຸນ​ຍະ​ເດດ ອະດີດ​ເຈົ້າຊີວິດ​ທີ່​ເຄົາ​ລົບ​ຮັກ​ຂອງ​ຕົນ.

​ເວລາ 6:00 ​ໂມງ​ຂອງວັນ​ດັ່ງກ່າວ, ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ພ້ອມ​ພັນ​ລະ​ຍາ, ສະມາຊິກ​ຄະນະ​ລັດຖະບານ ​ແລະ ​ເຈົ້າໜ້າ​ທີ່​ລັດຖະບານ ​ໄດ້​ເຂົ້າຮ່ວມ​ພິທີ​ທາງສາສະໜາ​ທີ່​ຈັດ​ຂຶ້ນຢູ່​ສະໜາມຫຼວງນະຄອນຫຼວງບາງກອກ ​ເພື່ອ​ລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງ​ອະດີດ​ເຈົ້າຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ.

ຮອດ​ເວລາ 9:00 ​ໂມງຂອງ​ວັນ​ດຽວ​ກັນ, ລັດຖະບານ​ໄທ​ກໍ​ໄດ້​ຈັດ​ກິດຈະກຳ​ລະນຶກ​ທີ່​ຍິ່ງ​ໃຫຍ່​ຢູ່​ສະໜາມຫຼວງບາງກອກ ​ໂດຍ​ທ່ານ​ປຣະຍຸດ ​ໄດ້​ນຳພາ​ສະມາຊິກ​ຄະນະ​ລັດຖະບານ​ພ້ອມ​ເຈົ້າໜ້າ​ທີ່​ລັດຖະບານ​ເຂົ້າວາງ​ພວງມາລາ ພວາຍ​ຄວາມ​ເຄົາລົບ​ຕໍ່​ພະ​ສາຍາ​ລັກອະດີດ​ເຈົ້າຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ ​ໃນ​ບັນຍາກາດທີ່​ເຄັ່ງຂຶມ. ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ປຣະຍຸດ ຍັງ​ຈະ​ເປັນ​ປະທານ​​ໃນພິທີ​ໄຕ້​ທຽນ​ໄຂ​ທີ່​ຈັດ​ຂຶ້ນຢູ່​ສະໜາມຫຼວງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄູນ​ຕໍ່​ອະດີດ​ເຈົ້າຊີວິດ.

ຂະນະ​ດຽວ​ກັນ, ​ແຂວງ​ຕ່າງໆ​ຂອງ​ໄທຕ່າງ​ກໍ​ໄດ້​ຈັດ​ກິດຈະກຳ​ລະນຶກ​ໃນວັນ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0