吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ກຳປູ​ເຈຍຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ 15 ລ້ານ​ເທື່ອ​ຄົນ​ໃນ​ປີ 2030

2018-10-15 16:36:56 cri

ວັນ​ທີ 13 ຕຸລາ​ນີ້, ງານຂາຍ​ພະ​ລິດ​ຕະພັນທ່ອງທ່ຽວ​ກຳປູ​ເຈຍ​ຄັ້ງ​ທີ 2 ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 3 ມື້​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ. ພາຍ​ໃນ​ງານ​ຄັ້ງນີ້​ໄດ້​ດຶງ​ດູດ​ບໍລິສັດ​ທ່ອງທ່ຽວ 500 ​ແຫ່ງ​ຈາກ 80 ປະ​ເທດ ​ແລະ​​ເຂດ​ແຄວ້ນເ​ຂົ້າຮ່ວມ.

ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຂອງ​ກະຊວງ​ທ່ອງທ່ຽວກຳປູ​ເຈຍ, ​ໃນ​ປີ 2018 ຈະ​ດຶງດູດ​ນັກ​ທ່ອງ​ທ່ຽວ​ສາກົນ 6,2 ລ້ານ​ເທື່ອ​ຄົນ, ​ໃນ​ປີ 2020 ຈະ​ບັນລຸ 7 ລ້ານ​ເທື່ອ​ຄົນ, ​ໃນ​ປີ 2025 ຈະລື່ນ​ກາຍ 10 ລ້ານ​ເທື່ອ​ຄົນ ​ແລະ​ໃນ​ປີ 2030 ຈະ​ບັນລຸ​ເຖິງ 15 ລ້ານ​ເທື່ອ​ຄົນ.

ຄຳ​ເຫັນ

0