吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງການຄ້າ​ສາກົນ​ຫວຽດນາ​ມ-ຈີນ​ປີ 2018 ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ນີ້

2018-10-15 16:35:38 cri

ງານ​ວາງສະ​ແດງ​ການຄ້າ​ສາກົນ​ຫວຽດນາມ-ຈີນ​ປີ 2018 ພາຍ​​ໃຕ້​ຫົວ​ຂໍ້ “​ເຊື່ອມ​ໂຍງ​ການ​ຮ່ວມ​ມື ​ແລະຮ່ວມກັນ​ຊຸກຍູ້​ການ​ພັດທະນາ” ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ພະຈິກໜ້າ​ນີ້​ຢູ່ສູນ​​ວາງສະ​ແດງການຄ້າ​ລາງ​ເຊິງຫວຽດນາມ.

ວັນ​ທີ 15 ຕຸລາ​ນີ້, ນັກ​ຂ່າວ​ໄດ້​ຮັບ​ຮູ້ຂໍ້ມູນ​ຈາກ​ຄະນະ​ກຳມະການ​ຈັດງານ​ວາງສະ​ແດງ​ດັ່ງກ່າວ​ວ່າ: ງານ​ວາງສະ​ແດງ​ການຄ້າ​ຄັ້ງ​ນີ້​ຄາດວ່າ​ຈະ​ດຶງ​ດູດ​ວິ​ສາ​ຫະກິດ ​ແລ​ະອົງການຕ່າງໆທັງພາຍ​ໃນ ​ແລະ​ຕ່າງປະ​ເທດ​ເກືອບ 200 ​ແຫ່ງ​ເຂົ້າຮ່ວມ, ມີ​ຮ້ານວາງສະ​ແດງຫຼາຍ​ກວ່າ 240 ຮ້ານ​ທີ່​ແບ່ງອອກ​ເປັນ​ 4 ພາກສ່ວນ ​ເຊິ່ງ​ເປັນ​ກິດຈະກຳ​ທີ່​ສຳຄັນເພື່ອ​ຊຸກຍູ້​ການ​ຄ້າ​ພາຍ​ໃ​ຕ້​​ແຜນການ​ສົ່ງເສີມ​ການ​ຄ້າ​ແຫ່ງ​ຊາດ​ຫວຽດນາມ​ປີ 2018 ​ແລະ​ຈະ​ເປັນເວທີວາງສະ​ແດງ​ກາ​ນຄ້າ, ການຮ່ວມມືດ້ານການ​ລົງທຶນລະຫວ່າງ​ວິ​ສາ​ຫະກິດ​ຈີນ-ຫວຽດນາມ.

 

ຄຳ​ເຫັນ

0