黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮຸນ​ແຊນ​ເຫັນ​ດີ​ຟື້ນ​ຟູ​ການ​ຮ່ວມ​ມື​​ຄົ້ນ​ຫາ​ອັດ​ຖິ​ຂອງ​ທະ​ຫານ​ອາ​ເມ​ຣິ​ກາ​ຢູ່​ກຳ​ປູ​ເຈຍ

2018-10-15 16:17:39 cri

ທ່ານ​​ຊົກ ​ອີ​ຊັນ ໂຄ​ສົກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ກ່າວ​ໃນ​ວັນ​ທີ 14 ຕຸ​ລາ​ນີ້​ວ່າ, ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ຕອບ​ສະ​ນອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ​ດັກ ອີ ເອ​ຣິກ​ເຊນແລະ​ທ່ານ​​ໄວ​ເຊນດ ບາຍ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ດ້ວຍ​ຈົດ​ໝາຍ, ​ໂດຍເຫັນ​ດີ​ຟື້ນ​ຟູ​ການ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ຄົ້ນ​ຫາ​ອັດ​ຖິຂອງ​ທະ​ຫານ​ອາ​ເມ​ຣິ​ກາ​ຢູ່​ກຳ​ປູ​ເຈຍ.

ທ່ານ​ຮຸນ​ແຊນ​ກ່າວ​ໃນ​ຈົດ​ໝາຍ​ດັ່ງ​ກ່າວ​ວ່າ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ເຫັນ​ດີ​ຟື້ນ​ຟູ​ການ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ຄົ້ນ​ຫາ​ອັດ​ຖິຂອງ​ທະ​ຫານ​ອາ​ເມ​ຣິ​ກາ​ຢູ່​ກຳ​ປູ​ເຈຍ, ເຖິງວ່າ​ອາ​ເມ​ຣິ​ກາ​ຍັງ​ບໍ່​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ກຳ​ປູ​ເຈຍ​ທີ່​ຫ້າມ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ແລະ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າເດີນ​ທາງ​ເຂົ້າ​ດິນ​ແດນ​ອາ​ເມ​ຣິ​ກາ​ກໍ​ຕາມ.

ທ່ານ​ຮຸນ​ແຊນ​ກ່າວ​ຕື່ມ​ວ່າ, ກຳ​ປູ​ເຈຍ​ຍິນ​ດີ​ເພີ່ມ​ທະ​ວີ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ຜົນ​ປ​ະ​ໂຫຍດ​ຮ່ວມ​ກັນ.

ທ່າ​ນ​ຊົກ​ ​ອີ​ຊັນ ກ່າວ​ວ່າ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ຕົກ​ລົງ​ຟື້ນ​ຟູ​ການ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ໃນ​ໂຄງ​ການ​ດັ່ງ​ກ່າວ​ຍ້ອນ​ພິ​ຈາ​ລະ​ນາ​ເຖິງ​ມະ​ນຸດ​ສະ​ທຳ​ແລະ​ສິດ​ທິ​ມະ​ນຸດ, ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຫັນ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ.

ຄຳ​ເຫັນ

0