尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​​ຈະ​ປັບ​ປຸງ​ຂັ້ນ​ຕອນ​ການ​ອອກວິ​ຊ່າ​ໃຫ້ນັ​ກ​ທ່ອງ​ທ່ຽວ​ຈີນ​ໄວ​ຂຶ້ນ

2018-10-16 11:55:50 cri

ວັນ​ທີ 15 ຕຸ​ລາ​ນີ້, ທ່ານ ມາ​ຮາເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ​ຈະ​ພິ​ຈາ​ລະ​ນາ​ປັບ​ປຸງ​ຂັ້ນ​ຕອນ​ລະ​ບຽບ​ການ​​ອອກວີ​ຊ່າ​ໃຫ້​ນັ​ກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ຕົນໃຫ້​ດີ​ຂຶ້ນ,ພ້ອ​ງ​ທັງ​ປັບ​​ຄ່າ​ວີ​ຊ່າ​ໃຫ້​ຕ່ຳ​ລົງ.


ສື່ມວນ​ຊົນມາ​ເລ​ເຊຍ​ລາຍ​ງານ​ວ່າ: ທ່ານ ມາ​ຮາເທຍ ບິນ ໂມ​ຮາ​ມັດ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ຂອງ​ສະ​ມາ​ຊິກ​ສະ​ພາ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ມາ​ເລ​ເຊຍ​ທີ່​ໄຂ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ: ໃນ​ອະ​ນາ​ຄົດ​, ຄວາມ​ໄວ​ຂອງ​ການ​​ອອກ​ວີ​ຊ່າ​ທ່ອງ​ທ່ຽວ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ຈະ​ເລັ່ງ​​ໃຫ້ໄວ​ຂຶ້ນ.
 

ກ່ອນ​ໜ້າ​ນີ້​ມີ​ການ​ລາຍ​ງານກ່າວ​ວ່າ: ໃນ​ໄລ​ຍະ​ພັກ​ວັນ​ຊາດ​ຈີນ​ໃນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​ໄດ້​ຫຼຸດ​ລົງ 30%-35% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຄຳ​ເຫັນ

0