李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວີ​ຊາ​ກັບ​ດ່ານ​ເຮັດ​ໃຫ້​ມຽນ​ມາ​ກາຍ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ໃໝ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນ

2018-10-16 16:28:51 cri

    ນັບ​ແຕ່​ວັນ​ທີ 1 ຕຸ​ລາ​ປີນີ້​ເປັນ​ຕົ້ນ​ມາ, ມຽນ​ມາ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ອອກວີ​ຊາ​ກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ. ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ດັ່ງ​ກ່າວ, ​ໃນ​ໄລ​ຍະ​ພັກວັນ​ຊາດ​ຈີນ 7 ວັນ​ທີ່​ຫາ​ກໍ​ຜ່ານ​ໄປ, ມຽນ​ມາ​ຈຶ່ງ​ໄດ້​ກາຍ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ໃໝ່​ທີ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ການ​ທ່ຽວ​ຕ່າງ​ປະ​ເທດ.

    ອີງ​ຕາມນ​ະ​ໂຍ​ບາຍ​ວີ​ຊາ​ກັບ​ດ່ານ​ທີ່​ລັດ​ຖະ​ບານ​ມຽນ​ມາ​ປະ​ກາດຫຼ້າ​ສຸດ, ຂໍ​ແຕ່​ວ່າ​ຖື​ໜັງ​ສື​ຜ່ານ​ແດນ​ທີ່​ມີ​ເວ​ລາ​ກຳ​ນົດຫຼາຍກວ່າ 6 ເດືອນ, ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ສາ​ມາດ​ຂໍ​ວີ​ຊາ​ກັບ​ດ່ານ​ແລ້ວ​ເຂົ້າ​​ມຽນ​ມາ​ຢູ່​ສະ​ໜາມ​ບິນ​ສາ​ກົນນະ​ຄອນ​ຢາງ​ກຸ້ງ, ມານ​ດາ​ເລ, ນະ​ຄອນຫຼວງ​ເນ​ປີ​ດໍ ແລະ​ແຫ່ງ​ອື່ນໆໄດ້. ໃນ​ເວ​ລາ​ຮ້ອງ​ຂໍ​ວີ​ຊາ​ກັບ​ດ່ານ, ນັກ​ທ່ອງ​ທ່ຽວ​ຈີນ​ບໍ່​ຈຳ​ເປັນ​​ຕ້ອງ​ມີ​ຮູບ​ຖ່າຍ, ບັດ​ເຊີນ​ແລະ​ປີ້​ຍົນ​ຂາ​ກັບ, ແລະ​ກໍ​ບໍ່​ຕ້ອງ​ຂຽນ​ຟອມ​ເຂົ້າ​​ປະ​ເທດ. ສ່ວນ​ຄ່າ​ວີ​ຊາ​ກັບ​ດ່ານ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຈີນ ແມ່ນ 50 ໂດ​ລາ​ຕໍ່​ຄົນ ໂດຍ​ຢູ່​ບໍ່​ໃຫ້​ກາຍ 30 ວັນ.

    ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຮງ​ແຮມ​ແລະ​ທ່ອງ​ທ່ຽວ​ມຽນ​ມາ ກ່າວ​ວ່າ: ຫຼັງ​ຈາກ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ວີ​ຊາ​ໃໝ່​ແລ້ວ, ຫວັງ​ວ່າ​ໃນ​ລະ​ດູ​ການ​ທ່ອງ​ທ່ຽວນີ້, ນັກ​ທ່ອງ​ທ່ຽວ​ຈີນ​ຈະ​​ເຂົ້າ​ປະ​ເທດ​ຕົນ​ສບັນ​ລຸ​ເຖິງ 1 ລ້ານ​ເທື່ອ​ຄົນ.

ຄຳ​ເຫັນ

0