尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສົ່ງ​ດາວ​ທຽມ​ລະ​​ບົບ​ນຳ​ທາງ​ເປີຍ​ໂຕວ​ອີກ​ສອງດວງຂຶ້ນ​ສູ່​ອາ​ວະ​ກາດ

2018-10-16 11:04:10 cri

ໃນ​ເວ​ລາ 12 ໂມງ 23 ນາ​ທີ​ຂອງວັນ​ທີ 15 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ,ຈີນໄດ້​ສົ່ງດາວ​ທຽມລະ​ບົບ​ນຳ​ທາງ​ເປີຍ​ໂຕວດວງ​ທີ 39 ແລະ 40 ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ​ 3B ໂດຍ​ໄດ້​ບັນ​ລຸ​ດາວ​ທຽມ 2 ດວງ​ໃນ​ຈະ​ຫຼວດ​ດຽວ​ກັນ. ດາວ​ທຽມ​ສອງດວງ​ດັ່ງ​ກ່າວ​​ຖື​ວ່າ​ແມ່ນ​ດາວ​ທຽມດວງ​ທີ 15 ແລະ 16 ທີ່​ຈັດ​ເຂົ້າ​ໃນ​ກຸ່ມລະ​ບົບ​ນຳ​ທາງ​ເປີຍ​ໂຕວ 3 ຂອງ​ຈີນ. ລະ​ບົບພື້ນ​ຖານເປີຍ​ໂຕວ 3 ຈະ​ສ້າງ​ສຳ​ເລັດ​​ກ່ອນທ້າຍ​ປີ​ນີ້,ເພື່ອ​ໃຫ້​ບໍ​ລິ​ການ​ແກ່​​ບັນ​ດາປະ​ເທດ​ຢູ່ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຂ່າວ​ແຈ້ງວ່າ: ​ການ​ພັດ​ທະ​ນາ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ບຸກ​ເບີກ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໂຄງ​ການ​ສຳ​ຄັນ​ທີ່​ສຸດ​ຢ່າງເປັນ​ເຈົ້າ​ການ​,​ສາ​ມາດ​ຄວບ​ຄຸມ​ໄດ້​ແລະ​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​​.

ຄຳ​ເຫັນ

0