黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອບ​ໂຕ້​ອາ​ເມຣິກາ​ກໍລະນີ​ທີ່​ 3 ປະ​ເທດ​ອາ​ເມຣິກາ​ລາ​ຕິນຕັດ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ

2018-10-16 16:42:02 CRI

ຕໍ່​ກັບ​ກໍລະນີ​ທີ່ຝ່າຍ​ອາ​ເມຣິກາ​ຕຳ​ໜິຈີນ​ເກ້​ຍກ່ອມ 3 ປະ​ເທດ​ອາ​ເມຣິກາ​ລາ​ຕິນ​ໃຫ້​ຕັດ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ ​ເຊິ່ງ​ເປັນ​ການ​ຂົ່ມ​ຂູ່ຕໍ່​ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນນັ້ນ ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ໃນ​ວັນ​ທີ 15 ຕຸລາ​ນີ້​ວ່າ: ຄຳ​ຕຳ​ໜິຂອງ​ອາ​ເມຣິກາ​ເປັນ​ການ​ກັບ​ດຳ​ເປັນ​ຂາວ ​ແລະ ຫຼອກຫູ​ລວງ​ຕາ​ທັງ​ນັ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນ​ວັນ​ດັ່ງກ່າວ, ທ່ານ​ລູ້​ຄ່າງ ກ່າວ​ວ່າ: ​ໃນ​ໂລກ​ນີ້​ມີ​ພຽງ​ປະ​ເທດ​ຈີນ​ດຽວ​​ເທົ່ານັ້ນ, ​ໄຕ້​ຫວັນ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງຈີນ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້, ອິດ​ທິກຳລັງ​ແບ່ງ​ແຍກ​ດິນ​ແດນໄຕ້​ຫວັນ​ອອກ​ເປັນ​ເອກະລາດ​ພ້ອມ​ການ​ເຄື່ອນ​ໄຫວ​​ຂອງ​ເຂົາ​ເປັນ​ໄພ​ຂົ່ມຂູ່​ໃຫຍ່​ຫຼວງທີ່​ສຸດ​ຕໍ່​ສັນຕິພາບ​​ແລະ​ສະຖຽນ​ລະ​ພາບຢູ່​ຊ່ອງ​ແຄບ​ໄຕ້ຫວັນ. ຂະນະ​ທີ່​ການ​ກະທຳ​ຜິດພາດ​ຕ່າງໆ​ຂອງ​ອາ​ເມຣິກາ​ໃນ​ໄລຍະ​ຜ່ານ​ມາ​ໃນ​ບັນຫາ​ໄຕ້​ຫວັນ ​ໄດ້ຝຶນກັບຫຼັກການ​ປະ​ເທດ​ຈີນ​ດຽວ ​ແລະ ​ເນື້ອ​ໃນ​ຈິດ​ໃຈ​ໃນ​ຖະ​ແຫຼງການ​ຮ່ວມ​ຈີນ-ອາ​ເມຣິກາ 3 ສະບັບ​ຢ່າງ​ໜັກໜ່ວງ ​ເຊິ່ງ​​ສົ່ງ​ຜົນ​ເຮັດ​ໃຫ້​ອິດ​ທິກຳລັງ​ແບ່ງ​ແຍກ​ໄຕ້​ຫວັນ​​ໂອ​ຫັງບັງອາດ​​ຍິ່ງ​ຂຶ້ນ ​ແລະ ​ໄດ້​ທຳລາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ແລະ​ສັນຕິພາບ-ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຈີນ​ເຕືອນ​ໃຫ້​ອາ​ເມຣິກາ​ແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ, ຢຸດຕິ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ທາງ​ການ​ແລະ​ການ​ພົວພັນ​ທາງ​ກາ​ນທະຫານກັບ​ໄຕ້​ຫວັນ​, ຢຸດຕິຂາຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ໄຕ້​ຫວັນ, ຢຸດຕິ​ການ​ແຊກ​ແຊງ​ປະ​ເທດ​ທີ່​ໄດ້ ຫຼື ຫວັງ​ຈະ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ​ຈີນ​ດ້ວຍ​ກຳລັງ​ອາວຸດ, ຈຳກັດ​ການ​​ແຜ່​ຂະຫຍາຍ​ຂອງອິດ​ທິກຳລັງ​ແບ່ງ​ແຍກ​ໄຕ້​ຫວັນຢ່າງ​ແທ້​ຈິງ ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ແລະ​ສັນຕິພາບ-ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ຖືກ​ທຳລາຍ​ອີກ.

ຄຳ​ເຫັນ

0