黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມຣິກາ​ໃຫ້​ສຳພາດ​ຕໍ່​ໂທລະພາບຟອກ​ສ໌

2018-10-16 16:42:46 CRI

ວັນ​ທີ 12 ຕຸລາ​ນີ້, ທ່ານ​ຊຸ່ຍ​ທ່ຽນ​ໄຂ ​ເອກ​ອັກ​ຄະລັດຖະທູດ​ຈີນ​ປະຈຳ​ອາ​ເມຣິກາ ​ໄດ້​ໃຫ້​ສຳພາດ​ຕໍ່​ທ່ານ​ຄຣິສ ວອນ​ເລສ ຜູ້​ຈັດ​ທຳລາຍ​ການ “ຂ່າວ​ວັນ​ອາທິດ” ​ໂທລະພາບ​ຟອກ​ສ໌ ອາ​ເມຣິກາ ​ໂດຍ​ໄດ້​ຕອບ​ຄຳ​ຖາມ​ສຳພາດ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ, ຄວາມ​ຂັດ​ແຍ້​ງທາງ​​ເສດຖະກິດການ​ຄ້າ, ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ​ແລະ​ອື່ນໆ.

​ໃນ​ຂະນະ​ທີ່​ຕອບ​ຄຳ​ຖາມ​ສຳພາດ​ກ່ຽວ​ກັບ “ສົງຄາມ​ການ​ຄ້າ” ນັ້ນ, ທ່ານ​ຊຸ່ນທ່ຽນ​ໄຂ ກ່າວ​ວ່າ: ຈີນ​ບໍ່​ຢາກ​ເຮັດ​ສົງຄາມ​ການ​ຄ້າບໍ່​ວ່າ​ດ້ວຍ​ຮູບ​ການ​ໃດໆ ​ກັບ​ອາ​ເມຣິກາ ຫຼື ກັບປະ​ເທດ​ອື່ນ​ ​ແຕ່​ຖ້າວ່າ​ມີ​ຜູ້​ໃດ​ຍຶດໝັ້ນ​ໃນ​ການກໍ່​ສົງຄາມ​ການ​ຄ້າ​ກັບ​ຈີນ ຈີນ​ກໍ​ຈຳ​ເປັນ​ຕ້ອງ​ຕອບ​ໂຕ້ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ​ຈີນ ​ແລະ ອາ​ເມຣິກາ​ໃນ​ຖານະ​ເປັນສອງປະ​ເທດເສດຖະກິດທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ສ້າງສັນ​ແລະ​ຕັ້ງໜ້າ ​ເຊິ່ງຈະ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ໂລກ​ເພີ່ມ​ຂຶ້ນ.

ຕໍ່​ກັບ​ຖ້ອຍ​ຄຳ​ຂອງ​ຝ່າຍ​ອາ​ເມຣິກາ​ທີ່​ວ່າ “ການ​ພັດທະນາ​ຂອງ​ຈີນ​ໄດ້​ອີງ​ອາ​ໄສ​ການ​ລັກ​ຊັບ​ສິນ​ທາງ​ປັນຍາ ​ແລະ ບັງຄັບ​ໃຫ້​ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ” ນັ້ນ, ທ່ານ​ຊຸ່ນທ່ຽນ​ໄຂ ກ່າວ​ວ່າ: ຄຳ​ກ່າວ​ຫາ​ເຫຼົ່ານີ້​ບໍ່​ມີມູນ​ຄວາມ​ຈິງ​ແຕ່​ປະການ​ໃດ ​ແລະ ບໍ່​​ເປັນທຳຕໍ່​ປະຊາຊົນ​ຈີນ. ຈີນ​ມີ​ປະຊາກອນ​​ເກືອບ 1,4 ຕື້​ຄົນ ຈຶ່ງ​ຍາກ​ທີ່​ຈິນຕະນາການ​ໄດ້​ວ່າ, ປະຊາກອນ​ທີ່​ກວມ 1/5 ຂອງ​ປະຊາກອນ​ໂລກ​ຈຳນວນ​ນີ້​​ເມື່ອສະ​ແຫວ​ງຫາ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ນັ້ນ, ພັດບໍ່​ໄດ້​ອາ​ໄສຄວາມ​ບາກ​ບັ່ນ​ສູ້​ຊົນຕົ້ນຕໍຂອງ​ຕົນ​ເອງ ​ແຕ່​ພັດ​ລັກ​ສິ່ງ​ຕ່າງໆ​ຈາກ​ຜູ້​ອື່ນ ຫຼື ບັງຄັບ​ໃຫ້​ຜູ້​ອື່ນຖ່າຍ​​ໂອນ​ເຕັກ​ໂນ​ໂລ​ຊີ​ໃຫ້​ນັ້ນ​ແມ່ນ​​ເປັນ​ໄປ​ບໍ່​ໄດ້ ​ເພາະຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ ​ແລະ ຄວາມ​ພະຍາຍາມຂອງ​ປະຊາຊົນ​ຈີນ​ບໍ່​ດ້ອຍ​ໜ້າ​ກວ່າ​ຜູ້​ອື່ນ​ໝົດ​ໃນ​ໂລກນີ້.

​ໃນ​ເວລາ​ຕອບຄຳ​ຖາມ​ສຳພາດ​ກ່ຽວ​ກັບ​​ເຫດການ​ທີ່ກຳ​ປັ່ນ​ຮົບ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມຣິກາ​ຫຍັບ​ເຂົ້າ​ໃກ້​ກັນຢູ່​ເຂດ​ທະ​ເລ​ຈີນ​ໃຕ້ ​ແລະ ບັນຫາ​ທີ່​ອາ​ເມຣິກາ​ຂາຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ໄຕ້​ຫວັນນັ້ນ, ທ່ານ​ຊຸ່ຍ​ທ່ຽນ​ໄຂ ກ່າວ​ວ່າ: ​ເຫດການ​ນີ້​ໄດ້​ເກີດ​ຂຶ້ນຢູ່​ທະ​ເລ​ຈີນ​ໃຕ້ ໝາຍ​ຄວາມ​ວ່າ​ໄດ້​ເກີດ​ຂຶ້ນຢູ່​ໜ້າ​ປະຕູ​ຂອງ​ຈີນ ​ ສະນັ້ນ, ມັນ​ບໍ່​ແມ່ນກຳ​ປັ່ນ​ຮົບ​ຈີນ​​ແລ່ນ​ໄປ​ເຖິງ​ຊາຍ​ຝັ່ງ​ທະ​ເລ​ລັດ​ກາລີ​ຟໍ​ເນຍ ຫຼື ອ່າວ​​ແມັກ​ຊິກ ແຕ່​ແມ່ນ​ກຳ​ປັ່ນ​ຮົບ​ອາ​ເມຣິກາ​ໄດ້​​ແລ່ນ​ມາ​ເຖິງ​ເຂດ​ທະ​ເລ​ທີ່​ໃກ້​ເກາະ​ແລະ​ຊາຍ​ຝັ່ງ​ທະ​ເລ​ຂອງ​ຈີນ​ຫຼາຍທີ່​ສຸດ ດັ່ງນັ້ນ, ​ໃຜ​ຜິດ​ໃຜ​ຖືກ ມັນ​ຈະ​ແຈ້ງທີ່​ສຸດ​ແລ້ວ.

ຄຳ​ເຫັນ

0