黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຂາດ​ດຸນ​ງົບປະມານ​ປີ​ການ​ເງິນ 2018 ຂອງ​ອາ​ເມຣິກາ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 6 ປີ

2018-10-16 16:51:52 CRI

ບົດ​ລາຍ​ງານ​ການ​ເງິນປະຈຳເດືອນ​ທີ່​ກະຊວງ​ການ​ເງິນ​ອາ​ເມຣິກາ​ເປີດ​ເຜີຍ​ໃນ​ວັນ​ທີ 15 ຕຸລາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຂາດ​ດຸນ​ງົບປະມານຂອງ​ລັດຖະບານ​ສະຫະລັດ​ໃນ​ສົກ​​ການ​ເງິນ 2018 ນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ ​ປະມານ 779 ຕື້​ໂດ​ລາ​ ​ເຊິ່ງ​ເປັນ​ລະດັບ​ສູງ​ສຸດ​ນັບ​ແຕ່​ປີ 2012 ​ເປັນຕົ້ນມາ.

ບົດ​ລາຍ​ງານ​ລະບຸ​ວ່າ: ​ໃນສົກ​ການ​ເງິນ 2018 ຄື ​ແຕ່​ວັນ​ທີ 1 ຕຸລາປີ 2017 ​ຮອດວັນ​ທີ 30 ກັນຍາ​ປີ​ນີ້, ການ​ຂາດ​ດຸນ​ງົບປະມານຂອງ​ລັດຖະບານ​ສະຫະລັດ​ອາ​ເມຣິ​ກາ​ໄດ້​ເພີ່ມ​ຂຶ້ນ 17% ກວມ​​ເອົາລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ​ຈາກ 3,5% ຂອງ​ສົກ​ການ​ເງິນ​ປີ 2017 ຂຶ້ນ​ເປັນ 3,9%.

ນັກວິຊາການ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ ທ້າຍປີຜ່ານມາ, ລັດຖະສະພາອາ​ເມຣິກາ​ໄດ້​ຮັບຮອງ​ເອົາ​ມະຕິການຫຼຸດສ່ວຍ​ສາ​ອາກອນ​ໃນ​ຂອບ​ເຂດ​ກວ້າງ ​ແລະ ລັດຖະບານ​ໂດ​ໂນ ທຣຳ ​ໄດ້​ເພີ່ມ​ລາຍ​ຈ່າຍ​ຂອງ​ລັດຖະບານ​ສະຫະລັດ ​ເປັນສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ການ​ຂາດ​ດຸນ​ງົບປະມານ​ຂອງອາ​ເມຣິກາ​ເພີ່ມ​ຂຶ້ນ. ນັກວິຊາການ​ເຫຼົ່ານີ້​ໄດ້​ເຕືອນ​ວ່າ: ການ​ຂາດ​ດຸນ​ງົບປະມານ​​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ ຈະ​ສືບ​ຕໍ່​ເຮັດ​ໃຫ້​ໜີ້​ສິນ​ສາທາລະນະ​ຂອງ​ອາ​ເມຣິກາ​ເພີ່ມ​ຂຶ້ນຄຽງຄູ່​ກັນ ​ແລະ ສົ່ງ​ຜົນ​ເຮັດ​ໃຫ້​ພາຍ​ນອກ​ເປັນ​ຫ່ວງ​ຕໍ່​ຄວາມ​ຍືນ​ຍົງດ້ານ​ການ​ເງິນ​ແລະ​ໜີ້​ສິນ​ສາທາລະນະ​ຂອງ​ອາ​ເມຣິກາ.

ຄຳ​ເຫັນ

0