吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກາຍ​​ເປັນ​ປະ​ເທດ​ທີ່​ມີການ​ລົງທຶນ​​ໂດຍ​ກົງ​ຈາກຕ່າງປະ​ເທດ​ຫຼາຍ​ທີ່​ສຸ​ດ​ໃນ​ໂລກ

2018-10-16 16:37:49 cri

ວັນ​ທີ 15 ຕຸລາ​ນີ້, ກອງ​ປະຊຸມ​ການ​ຄ້າ ​ແລະ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ບົດ​ລາຍ​ງານ​​ທ່າ​ອ່ຽງການ​ລົງທຶນ​ໃນ​ໂລກ​ຢູ່​ເຊີ​​ເນ​ວ​ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ 6 ​ເດືອນ​ຕົ້ນ​ປີ 2018 ມູນ​ຄ່າ​ການ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​​ໃນ​ຈີນ​ໄດ້​ເພີ່ມ​ຂຶ້ນ 6%, ບັນລຸ​ຫຼາຍ​ກວ່າ 70 ຕື້​ໂດ​ລາ​ສະຫະ​ລັດ, ​ຈີນ​ກາ​ຍ​ເປັນ​ປະ​ເທດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ທ່ານ​​ເຈ​ມສ.ຊັນ ຫົວໜ້າ​ອົງການ​ການ​ລົງທຶນ ​ແລະ​ວິ​ສາ​ຫະກິດ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ກ່າວວ່າ: ຈີນ​ໄດ້​ອອກ​ແຮງດຶງ​ດູດການ​ລົງທຶນ, ​ເປີດ​ຕະຫຼາດ​ສູ່​ພາຍ​ນອກ, ບໍ່​ພຽງ​ແຕ່​ໃນ​ເຂດ​ທົດ​ລອງ​ການ​ຄ້າ​ເສລີທີ່​ເຮັດ​ໃຫ້​ມູນ​ຄ່າການ​ລົງທຶນ​ຂອງ​ຕ່າງປະ​ເທດ​​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ຍັງດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​​ເຂົ້າ​ສູ່​ພາກ​ຕາ​ເວັນ​ຕົກ​ຈີນ​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຊິ່ງກໍ​ເປັນ​ສາເຫດ​ຕົ້ນຕໍທີ່​ຈີີນ​ກາຍ​ເປັນ​ປະ​ເທດທີ່​ມີ​ການ​ລົງທຶນຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ຄຳ​ເຫັນ

0