黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ຂວ້ຳ​ບາດ​ອົງການ​ຈັດຕັ້ງທີ່​ຂຶ້ນກັບ​ກອງອາລັກຂາການ​ປະຕິວັດ​ອີຣານ

2018-10-17 16:51:58 CRI

ກະຊວງ​ການ​ເງິນ​ອາ​ເມ​ຣິກາ​ປະກາດ​ໃນ​ວັນ​ທີ 16 ຕຸລາ​ນີ້​ວ່າ: ຈະ​ເລີ່​ມຂວ້ຳ​ບາດ​ອົງການ​ເຄິ່ງການ​ທະຫານ​ອົງການ​ໜຶ່ງ​ທີ່​ຂຶ້ນກັບ​ກອງ​ອາລັກຂາ​ການ​ປະຕິວັດ​ອີຣານ ​ແລະ ​ກອງ​ທຶນ​​ແຫ່ງ​ໜຶ່ງ​ຕາມ​ການກ່າວ​ຫາ​ວ່າ​ໄດ້​ຮ່ວມ​ມື​ແລະ​ສະໜັບສະ​ໜູນ​ທາງ​ການ​ເງິນ​ໃຫ້​ແກ່​ອົງການ​ດັ່ງກ່າວ​ຂອງ​ອີຣານ.

ກະຊວງ​ການ​ເງິນ​ອາ​ເມຣິກາ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ດັ່ງກ່າວ​ວ່າ: ອົງການ​ທີ່​ຊື່ວ່າ “ຂົນຂວາຍ​ຜູ້​ທຸກ​ຍາກ​​ເປັນກຳລັງ​ຕໍ່ຕ້ານ” ​ເປັນ​ອົງການ​ເຄິ່ງການ​ທະຫານ​ທີ່​ຂຶ້ນກັບ​ກອງ​ອາລັກຂາ​ການ​ປະຕິວັດ​ອິສລາມ​ອີຣານ ​ໂດຍຊ່ວຍກອງ​ອາລັກຂາ​ການ​ປະຕິວັດ​ໃນ​ການ​ຈ້າງ​ແລະ​ຝຶກ​ຊ້ອມ​ເດັກນ້ອຍ​ໃຫ້​ເປັນ​ທະຫານ​; ຂະນະ​ທີ່​ກອງ​ທຶນ​ທີ່​ຮ່ວມ​ມື​ກັບ​ອົງການ​ດັ່ງກ່າວ​ໄດ້​ສະໜັບສະໜູນ​ທາງ​ການ​ເງິນ​ໃຫ້​ແກ່ອົງການ “ຂົນຂວາຍ​ຜູ້​ທຸກ​ຍາກ​ເປັນກຳລັງ​ຕໍ່ຕ້ານ”.

ຄຳ​ເຫັນ

0