尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ບິນສູ້​ຮົບ​ 2 ​ລຳ​ຂອງກອງ​ທັບ​ອາ​ກາດ​ມຽນ​ມາ​ຕົກ ເສຍ​ຊີ​ວິດ 3 ຄົນ

2018-10-17 10:57:20 cri

ຕາມ​ຂ່​າວCRI: ວັນ​ທີ 16 ຕຸ​ລາ​ນີ້, ກະ​ຊວງ​ໂຄ​ສະ​ນາ​ເຜີຍ​ແຜ່​ມຽນ​ມາ​ໄດ້​ແຈ້ງ​ຂ່າວ​ໂດຍ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຕອນ​ເຊົ້າ​ມື້​ດັ່ງ​ກ່າວ, ຢູ່​ນະ​ຄອນ​ມິນ​ບູ​ແຂວງ​ມັກ​​ເວ​ມຽນ​ມາ​ໄດ້​ເກີດ​ອຸ​ບັດ​ເຫດ​ເຮືອ​ບິນ​ສູ້ຮົບ​ 2 ລຳຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດ​ຕົກ​,ສົ່ງ​ຜົນ​ເຮັດ​ໃຫ້​ມີ​ນັກ​ບິນ 2 ຄົນ​​ແລະ​ນັກ​ຮຽນ​ທ້ອງ​ຖິ່ນ 1 ຄົນ​ເສຍ​ຊີ​ວິດ.
 

ຂ່າວ​ແຈ້ງວ່າ: ໃນ​ເວ​ລາ​ປະ​ມານ 7 ໂມງ 25 ນາ​ທີ​ຂອງ​ມື້​ດັ່ງ​ກ່າວ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເຮືອ​ບິນ​ສູ້​ຮົບ​ຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດ​​ມຽນ​ມາ​ລຳ​ໜຶ່ງ​ໄດ້​ຕົກ​ຢູ່ເມືອງ​ຊາ​ໂກ​ນະ​ຄອນ​ມິນ​ບູ​ແຂວງ​ມັກ​ເວ,ສົ່ງ​ຜົນ​ເຮັດ​ໃຫ້​ມີ​ນັກ​ບິນ 1 ຄົນ​ເສຍ​ຊີ​ວິດ. ຫຼັງ​ຈາກ​ນັ້ນ​ໃນ​ເວ​ລາ​ປະ​ມານ 7 ໂມງ 45 ນາ​ທີ, ເຮືອ​ບິນສູ້​ຮົບ​ຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດ​ອີກ​ລຳ​ໜຶ່ງ​ໄດ້​ຕົກ​ຢູ່​ຊານ​ເມືອງ​ນະ​ຄອນ​ມິນ​ບູ​ໃນ​ເວ​ລາ​ຝຶກ​ຊ້ອມ​ຍ້ອນ​ອາ​ກາດ​ບໍ່​ດີ​ແລ້ວ​ຕຳ​ເສົາ​ອາ​ກາດ​ໂທ​ລະ​ຄົມ,ນັກ​ຮຽນ​ທ້ອງ​ຖິ່ນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບຈາກ​ຊີ້ນ​ສ່ວ​ນກາ​ນ​ລະ​ເບີດຂອງ​ເຮືອ​ບິນ​ເສຍ​ຊີ​ວິດ​ຍ້ອນ​ທົນ​ອາ​ການ​ບາດ​ເຈັບ​ສາ​ຫັດ​ບໍ່​ໄດ້.
 

ມາ​ຮອດ​ປັດ​ຈຸ​ບັນ,ຝ່າຍ​ທີ່​ກ່ຽວ​ຂ້ອງ​ຍັງ​ບໍ່​ໄດ້ໃຫ້​ລາຍ​ລະ​ອຽດ​ເຖິງ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ເທື່ອ,ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ໄດ້​ສົ່ງ​ທີມ​ງານ​ສື​ບ​ສວນ​ໄປສະ​ຖານ​ທີ່​ເກີດ​ເຫດ​ແລ້ວ.

ຄຳ​ເຫັນ

0