李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ເອີ​ຣົບ​ຄັ້ງ​ທີ 12

2018-10-17 16:15:43 cri

    ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ໂດ​ໂນ ທຸ​ສ ປະ​ທານ​ຄະ​ນະ​ມົນ​ຕີ​ເອີ​ຣົບ, ທ່ານ ຢັງ ຄ​ລອດ ຢູ​ເງ​ເຄີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ແລະ ທ່ານ ຊາ​ເລັ​ສ ມີ​ແຊວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ, ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ເຖິງ​ສະ​ໜາມ​ບິນ​ສາ​ກົນ​ບ​ລຸກ​ແຊນ​ດ້ວຍ​ເຮືອ​ບິນ​ພິ​ເສດ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ເອີ​ຣົບ​ຄັ້ງ​ທີ 12 ແລະ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ແບນ​ຊິກ.

    ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ, ໃນ​ໂລກ​ປັດ​ຈຸ​ບັນ ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ​ທີ່​ສັບ​ສົນ​ແລະ​​ບໍ່​ແນ່ນອນ, ແຕ່​ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ການ​ເປີດ​ປະ​ຕູ ແລະ​ການ​ຮ່ວມ​ມື ຍັງ​ແມ່ນ​ກະ​ແສ​ຕົ້ນ​ຕໍ​ຂອງ​ຍຸກ​ສະ​ໄໝ. ທະ​ວີບ​ອາ​ຊີ​ແລະ​ເອີ​ຣົບ​ທີ່​ເປັນ​ສອງ​ແຜ່ນ​ດິນໃຫຍ່​ດ້ານ​ເສດ​ຖະ​ກິດແລະ​ກຳ​ລັງ​ໜັກ​ແໜ້ນ​ຂອງໂລກ​ ຄວນ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັນ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ແລະ ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ.

    ທ່ານ ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ, ແບນ​ຊິກ​ແມ່ນ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ແລະ​ຜູ້​ເຂົ້າ​ຮ່ວມ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ຣົບ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກັບ​ແບນ​ຊິ​ກ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ແບນ​ຊິກ, ຈີນ-ເອີ​ຣົບ ແລະ​ບັນ​ຫາ​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​​ມິດ​ຕະ​ພາບ​ຮອບ​ດ້ານ​ຈີນ-ແບນ​ຊິກ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ບົນ​ພື້ນ​ຖານຫຼັກ​ການ​ຕ່າງ​​ຝ່າຍ​ຕ່າງເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0