李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ປະ​ທາ​ນ​ສະ​ໂມ​ສອນ​ກຸ່ມ 48

2018-10-17 16:14:26 cri

    ວັນ​ທີ 16 ຕຸ​ລານີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ກາ​ນ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ສະ​ເຕ​ເຟັນ ເພີຣີ ປະ​ທານ​ສະ​ໂມ​ສອນ​ກຸ່ມ 48 ຂອງ​ອັງ​ກິດ.

    ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ທ່ານ ເພີ​ຣີ ທີ່​ມາ​ຢ້ຽມ​ຢາມ​ຈີນ​ອີກ​ເທື່ອ​ໜຶ່ງ ແລະ​ກ່າວ​ວ່າ: ໃນ​ຕົ້ນ​ຊຸມ​ປີ 1950, ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ຂວ້ຳ​ບາດການ​ຄ້າ​ຂອງ​ປະ​ເທດ​ໃໝ່, ພໍ່​ຂອງ​ທ່ານ​ໄດ້​ນຳ​ພາ​ບຸກ​ຄົນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າຫຼາຍ​ສິບ​ທ່ານ ຜ່ານ​ຜ່າ​ອຸ​ປະ​ສັກ​ຕ່າງໆ​ນາ​ນາ ແລ້ວ​ເດີນ​ທາງ​ມາ​ຮອດ​ຈີນ ເຊິ່ງ​ເປັນ​ການ​ເດີນ​ທາງ​​ເພື່ອ​ສ້າງ​ຄວາມ​ໃກ້​ຊິດ​ກັນ ໂດຍ​ເປັນ​ການ​ບັນ​ທຶກ​ທີ່ງົດ​ງາມ​ໃນ​ປຶ້ມ​ປະ​ຫວັດ​ສາດ​ບົນ​ຈິດ​ໃຈມິດ​ຕະ​ພາບ​ຈີນ-ອັງ​ກິດ, ປະ​ຊາ​ຊົນ​ຈີນ​ຈະບໍ່​ມີ​ວັນຫຼົງ​ລືມ​ບຸກ​ຄົນ​ມິດ​ຕະ​ພາບ​ລຸ້ນ​ອາ​ວຸ​ໂສ​ທີ່​ໄດ້​ປະ​ກອບ​ສ່ວນ​ຄັ້ງ​ປະ​ຫວັດ​ສາດເພື່ອ​ບຸກ​ເບີກ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອັງ​ກິດ​ໃນ​ວັນ​ເວ​ລາ​ທີ່​​ພົບຫຍຸ້ງ​ຍາກ​ລຳ​ບາກນັ້ນ​ຈົນ​ເທົ່າ​ໃດໆ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ​ທີ່​ໄດ້​ເຫັນ​ວ່າ​ຈິດ​ໃຈ​ຂອງ​ການ​ເດີນ​ທາງ​​ເພື່ອ​ສ້າງ​ຄວາມ​ໃກ້​ຊິດ​ພວມ​ໄດ້​ຮັບ​ການ​ສືບ​ທອດ. “ຜູ້​​ສ້າງ​ຄວາມ​ໃກ້​ຊິດ” ຮຸ່ນ​ໃໝ່​ໂດຍ​ມີ​ສະ​ໂມ​ສອນ​ກຸ່ມ 48 ເປັນ​ຕົວ​ແທນນັ້ນ ໄດ້​ສືບ​ຕໍ່​ທຸ່ມ​ເທ​ຄວາມ​​ດຸ​ໝັ່ນຫ້າວ​ຫັນ​ເຂົ້າ​ໃນ​ພາ​ລະ​ກິດ​ມິດ​ຕະ​ພາບ​ຈີນ-ອັງ​ກິດ. ເຊື່ອ​ວ່າ, ໂດຍ​ມີ​ທຸກ​ຄົນ​​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ຮ່ວມ​ກັນ, ມິດ​ຕະ​ພາບ​ຈີນ-ອັງ​ກິດ​ຍ່ອມ​ຈະ​ໄດ້​ຮັບ​ການ​ສືບ​ຕໍ່​​ໄປ​ທຸກ​ເຊັ່ນ​ຄົນ ແລະ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ.

    ທ່ານ ເພີ​ຣີ ກ່າວ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ​ແນວ​ຄິດ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ, ຈະ​ສືບ​ຕໍ່​ນຳ​ໃຊ້​ຈິດ​ໃຈ “​ຜູ້​ສ້າງ​ຄວາມ​ໃກ້​ຊິດ”, ສະ​ໜັບ​ສະ​ໜູນໂລ​ກາ​ພິ​ວັດ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ ແລະ ສະ​ໜັບ​ສະ​ໜູນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ອັງ​ກິດ-ຈີນ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຄຳ​ເຫັນ

0