吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຕ້ານ​ການ​ກໍ່​ການ​ຮ້າຍ “ຊີ​ໄນ​ປີ 2018” ຢູ່​ເອຢິບ​ໄດ້​ສັງຫານ​ຜູ້​ກໍ່​ການ​ຮ້າຍ 450 ຄົນ

2018-10-17 16:34:13 cri

ວັນ​ທີ 16 ຕຸລາ​ນີ້, ​ເຈົ້າ​ໜ້າທີ່ທະຫານ​ເອຢິບ​ໄດ້​ເປີດ​ເຜີຍ​ວ່າ: ນັບ​ແຕ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ກາ​ນກໍ່​ການ​ຮ້າຍ “ຊີ​ໄນ​ປີ 2018” ​ເປັນ​ເວລາ 8 ​ເດືອນ​​ມານີ້ ​ໄດ້​ສັງຫານ​ຜູ້​ກໍ່​ການ​ຮ້າຍ ຫຼື ພວກ​ຫົວ​ຮຸນ​ແຮງ 450 ຄົນ. ​ໃນ​ວັນ​ທີ 15 ຕຸລາ​​ນີ້, ທ່ານອັບ​ເດ​ວ ຟາຣາອານ ຊີ​ຊິ ປະທານາທິບໍດີ​ເອຢິບ​ໄດ້​ເຊັນ​ຄຳ​ສັ່ງ​ແກ່ຍາວ​ພາວະ​ສຸກ​ເສີນທົ່ວ​ປະ​ເທດທີ່​​ເລີ່​ມປະຕິບັດ​ແຕ່​ເດືອນ​ເມສາ​ປີ 2017 ​​ໃຫ້ແກ່ຍາວ​ອອກ​ໄປ​ອີກ 3 ​ເດືອນ​.

ການ​ຕ້ານ​ການ​ກໍ່​ການ​ຮ້າຍ “ຊີ​ໄນ​ປີ 2018” ​ໄດ້​ເລີ່​ມປະຕິບັດ​ໃນ​ວັນ​ທີ 9 ກຸມພາຜ່ານ​ມາ ​ເພື່ອ​ຕ້ານ​ກຸ່ມ IS ​ແລະ​ພວກ​ຫົວ​ຮຸນ​ແຮງ​ຢູ່​ແຫຼມ​ຊີ​ໄນ ​ເຊິ່ງມີ​ກອງທັບ​ບົກ, ກອງທັບ​ເຮືອ ​ແລະ​ກອງທັບ​ອາກາດ ກໍ​ຄື​ຕຳຫຼວດ ​ແລະ​ກອງທັບ​ປ້ອງ​ກັນຊາ​ຍ​ແດ​ນ​ເຂົ້າ​ຮ່ວມ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ມີ​ຂະໜາດ​ໃຫຍ່ ​ແລະ​ຮອບດ້ານທີ່​ສຸດ.

 

ຄຳ​ເຫັນ

0