李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແກ້​ໄຂ​ບັນ​ຫາການ​ປະ​ທະ​ກັນ​​ທີ່​ເກີດຈາກ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ແບບ​ຊະ​ຊາຍ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

2018-10-17 16:19:22 cri

    ທ່ານ ໝ໋າ​ຈ່າວ​ຊວີ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ທີ 16 ຕຸ​ລາ​ນີ້​ວ່າ: ຖ້າ​ຢາກ​ແກ້​ໄຂ​ບັນ​ຫາ​ເກີດ​ການ​ປະ​ທະ​ກັນ​ຍ້ອນ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ແບບ​ຊະ​ຊາຍ, ກໍ​ຕ້ອງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ເຕັມ​ສ່ວນ, ຊ່ວຍ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດຫຼາຍ​ເຄົ້າ, ແລະ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ສອດ​ຄ່ອງ​ກັບ​​ເງື່ອນ​ໄຂຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

    ທ່ານ ໝ໋າ​ຈ່າວ​ຊວີ້ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ກອງ​ປະ​ຊຸມ​ເປີດ​​ກວ້າງ “ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ--ຮາກ​ເຫງົາ​ຂອງ​ການ​ປະ​ທະ​ກັນ ແລະ ບົດ​ບາດ​ຂອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ” ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ມື້​ດຽວ​ກັນ​ວ່າ: ປະ​ຊາ​ຄົມ​ໂລກ​ຄວນ​ເຄົາ​ລົບ​ສິດ​ອະ​ທິ​ປະ​ໄຕ​ທີ່ຖາ​ວອນເໜືອຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ຕ່າງໆ. ປ​ະ​ເທດ​ທີ່​ເກີດ​ການ​ປະ​ທະ​ກັນ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ການ​ນຳ​ໃຊ້​ແລະ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ຕື່ມ​ອີກ, ຫຼີກ​ລ່ຽງ​ການ​ບຸກ​ເບີກ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງ​ຜິດ​ກົດ​ໝາຍ ເຊິ່ງ​ຈະ​ກໍ່ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ ທັງ​ເຮັດ​ໃຫ້​ມີ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ, ຄວນ​ຫັນ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ຂອງ​ປະ​ເທດ​ໃດ​ໜຶ່ງ​ໃຫ້​ເປັນ​ທ່າ​ແຮງ​ດ້ານ​ການ​ພັດ​ທະ​ນາ, ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ບຸກ​ເບີກ​ຊັບ​ພະ​ຍາ​ກອນ. ໃນ​ການ​ບຸກ​ເບີກ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ບໍ​ລິ​ສັດ​ຂ້າມ​ຊາດ​ແລະ​ພາກ​ສ່ວນ​ເອ​ກະ​ຊົນ​ ຄວນ​ເຄົາ​ລົບ​ສິດ​​ຕັດ​ສິນ​ຂອງ​ປະ​ເທດ​ທີ່​ຕົນ​​ເຂົ້າ​ໄປ​ບຸກ​ເບີກ, ແບກ​ຫາບ​​ພາ​ລະ​ທາງ​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ ແລະ​​ໃຫ້​ຜົນຕອບ​ແທນ​ແກ່​ສັງ​ຄົມ​ທ້ອງ​ຖິ່ນ.

ຄຳ​ເຫັນ

0