黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫຼີ​ເຄີ້​ສຽງ​ຢ້ຽມ​ຢາມໂຮນ​ລັງຄື​ສັນ​ຍານສຳ​ຄັນຈະ​ສືບ​ຕໍ່​ເປີດກວ້າງ​ການ​ເປີດ​ປະ​ຕູ​ເຊິ່ງ​ກັນ​ແລະ​ກັນ

2018-10-17 16:02:14 cri

ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ລູ້​​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ໂຮນ​ລັງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ເປີດ​ປະ​ຕູ​ແລະ​ຕິດ​ແທດຕົວ​ຈິງ​ລະ​ຫວ່າງ​ຈີນ​ແລະໂຮນ​ລັງ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ແລະ​ໝັ້ນ​ທ່ຽງ, ເພື່ອປະ​ກອບ​ສ່ວນ​ໃຫຍ່​ຫຼວງກວ່າ​ເກົ່າ​ໃຫ້​ແກ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​, ສະ​ຖຽ​ນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພວມ​ຢ້ຽມ​ຢາມ​ໂຮ​ນ​ລັງ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ປຶກ​ສາ​ຫາ​ລື​ກັນແລະ​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັນ​ໃນ​​ວັນ​ທີ 15 ຕຸ​ລາ​ນີ້, ທັງ​ເປັນ​ສັກຂີ​ພິ​ຍານການ​ລົງ​ນາມ​ເອ​ກ​ກະ​ສານ​ຮ່ວມ​ມື​ຫຼາຍ​ສະ​ບັບ. ​ຜູ້​ນຳ​ທີ່​ໂຮນ​ລັງ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ໂຮນ​ລັງ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ປັບ​ປຸງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ເສ​ລີ​ແລະ​ຍຸ​ຕິ​ທຳ. ທ່ານ​ລູ້​ຄ່າງ​ໄດ້​ຖະ​ແຫຼງ​ຂ່າວ​ດັ່ງ​ກ່າວ​ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫຼີ​ເຄີ້​ສຽງ ຄັ້ງ​ນີ້​ໄດ້​ສົ່ງ​​ສັນ​ຍານ​ຢ່າງ​ຕັ້ງ​ໜ້າ​​ຕໍ່​ໂລກ​ໃຫ້​ຮັບ​ຮູ້​ວ່າ​ຈີນ​ແລະ​ໂຮນ​ລັງ, ​ລວມ​ທັງສະ​ຫະ​ພາບ​ເອີ​ລົບ​ຈະ​ຮັກ​ສາ​ລະ​ບຽບ​ສາ​ກົນ​ບົນ​ພື້ນ​ຖານລະ​ບຽບ​ການ, ແລະ​ຈະ​ສຸມ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ສະ​ດວກ​ກວ່າ​ເກົ່າ.

ຄຳ​ເຫັນ

0