黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ລະ​ເບີດ​ຢູ່​ວິທະຍາ​ໄລ​ການ​ຊ່າງ​ເຄີ​ສ ຢູ່​ແຫຼມກຼືມ ມີ 19 ຄົນ​ເສຍ​ຊີວິດ

2018-10-18 16:09:45 CRI

​ເຫດ​ລະ​ເບີດ​​ແລະ​ຍິງ​ກັນທີ່​ເກີດ​ຂຶ້ນຢູ່​ວິທະຍາ​ໄລ​ການ​ຊ່າງເຄີ​ສ ຢູ່​ສົ້ນດ້ານຕາ​ເວັນ​ອອກ​ຂອງແຫຼມກຼືມ​ໃນວັນ​ທີ 17 ຕຸລາ​ນີ້ ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ 19 ຄົນ​ເສຍ​ຊີວິດ ​ແລະ 47 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜູ້​ວ່າການ​ເຂດ​ກຼືມ​ໄດ້​ອອກ​ຖະ​ແຫຼງການ​​ໃນ​ສື່​ສັງຄົມ​ອອນ​ລາຍ​ໃນ​ວັນ​ດັ່ງກ່າວ​ວ່າ: ນັກ​ສຶກສາ​ປີ 4 ຂອງ​ວິທະຍາ​ໄລ​ການ​ຂ່າງເຄີ​ສຜູ້​ໜຶ່ງ​ທີ່​ຖືກສົງ​ໄສ​ກໍ່​ເຫດ​ລະ​ເບີດ ​ໄດ້​ຂ້າ​ໂຕ​ຕາຍ​ແລ້ວ ​ໂດຍ​​ໄດ້​ພົບສົບ​ຜູ້ກ່ຽວ​​ໃນ​ຫໍ​ສະມຸດ​ຂອງ​ວິທະຍາ​ໄລ, ຂະນະ​ທີ່​ສາ​ເຫດ​ຂອງ​ເຫດ​ລະ​ເບີດ​ພວມ​ສືບສວນ​ຢູ່.

ມື້​ດຽວ​ກັນ, ທ່ານ ​ເປ​ໂຕຣ ​ໂປ​ໂຣ​ເຊ​ນ​ໂກ ປະທານາທິບໍດີ​ອູ​ແກຣນ ​ໄດ້​ຖະ​ແຫຼງຂ່າວ ​ໂດຍ​ປະນາມ​ຕໍ່​ເຫດ​ລະ​ເບີດ​ແລະ​ຍິງ​ກັນ​ທີ່​ເກີດ​ຂຶ້ນຢູ່​ວິທະຍາ​ໄລ​ດັ່ງກ່າວ ​ແລະ​ຊີ້​ວ່າ​ເຫດການ​ນີ້​ເປັນ​ເຫດການ​ລອບ​ສັງຫານ​ທີ່​ໜ້າ​ຢ້ານ​ກົວ​ແທ້ໆ.

ຄຳ​ເຫັນ

0