尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ​ຄວນ​ກຳ​ກາ​ລະໂອ​ກາດ​ທີ່ສະ​ຖາ​ນະ​ການ​ຊີ​​ຣີ​ຜ່ອນ​ຄາຍ​ລົງ​ ເພື່ອ​ຟື້ນ​ຟູຂະ​ບວນ​ການທາງການ​ເມືອງ​ຄືນ​ໃໝ່

2018-10-18 16:07:07 cri

ວັນ​ທີ 17 ຕຸ​ລາ​ນີ້, ທ່ານ ໝ້າ​ຈ່າວ​ຊູ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນໃນ​ກອງ​ປະ​ຊຸມ​ເປີ​ດກວ້າງ​ກ່ຽວ​ກັບ​ຂະ​ບວນ​ການ​ທາງການ​ເມືອງ​ໃນ​ຊີ​ຣີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໂດຍ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ທາງ​ການ​ເມືອງ​ແມ່ນ​ທາງ​ອອກ​ພຽງ​ໜຶ່ງດຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ,ປະ​ຊາ​ຄົມ​ໂລກ​ຄວນ​ກຳ​ກາ​ລະ​ໂອ​ກາດ​​ທີ່ສະ​ຖາ​ນະ​ການ​​ໃນຊີ​ຣີ​ມີ​ຄວາມ​ຜ່ອນ​ຄາຍ​ລົງໃນ​ປັດ​ຈຸ​ບັນ,ຟື້ນ​ຟູຂະ​ບວນ​ການ​ທາງ​​ການ​ເມືອງ​ຄືນ​ໃໝ່.
 

ທ່ານ ໝ້າ​ຈ່າວ​ຊູ້ ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຂະ​ບວນ​ການ​​ທາງການ​ເມືອງ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ໄດ້​ຮັກ​ສາ​ທ່າ​ອ່ຽງ​ທີ່​ຕັ້ງ​ໜ້າ,ແຕ່​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ. ປັດ​ຈຸ​ບັນ,ຈຸດ​ທີ່​ສຳ​ຄັນ​ແມ່ນ​ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ຊີ​ຣີ​ທີ່​ມີ​​ຕົວ​ແທນ​ແລະເປັນ​ທີ່ຍອມ​ຮັບຈາກ​ບັນ​ດາ​ຝ່າຍ​ເທື່ອ​ລະ​ກ້າວແລະໝັ້ນ​ທ່ຽງ​.
 

ທ່ານ ໝ້າ​ຈ່າວ​ຊູ້ ກ່າວ​ສະ​ຫຼຸບວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ,ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ,ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ຊີ​ຣີ​ໃຫ້​ດີ​ຂຶ້ນ,ຟື້ນ​ຟູ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊີ​ຣີ​ກໍ່​ຄື​ຂອງ​ພາກ​ພື້ນ​ໂດຍ​ໄວ.

ຄຳ​ເຫັນ

0