吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້ເພີ່ມ​ຂຶ້ນເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ປີ​ກາຍ​ນີ້​

2018-10-18 16:26:22 CRI

    ວັນ​ທີ 17 ຕຸ​ລາ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ວ່າ, ໃນ 3 ໄຕ​ມາດປີ​ນີ້, ການ​ລົງ​ທຶນ​​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ​ສົ​ດ​ໃສ.ນັບ​ລວມ​ແລ້ວ, ຜູ້​ລົງ​ທຶນ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ລົງ​ທຶນ 82,20 ຕື້ໂດ​ລາ, ເພີ່ມ​ຂຶ້ນ 5,1% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​​ຂອງປີ 2017. ໃນ​ນັ້ນ, ​ວິສາ​ຫະ​ກິດ​ຈີນ​ລົງ​ທຶນ​​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​​ຂອງປີ 2017, ພ້ອມ​ກັນ​ນັ້ນ, ການກວາດ​ບໍ​ບິ​ສັດ​ຕ່າງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ.
     ຫວ່າງ​ມໍ່ໆ​ນີ້, “ຈີນ​ໄດ້​ເປີດ​ເຜີຍ​ແຜນ​ແມ່​ບົດ​ສ້າງເຂດ​ທົດ​ລອງ​ການ​ຄ້າ​​ເສ​ລີ (ໄຫ​ຫຼຳ​) ຈີນ” ​ຢ່າງ​ເປັນ​ທາງ​ການ. ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ກາ​ນ​ຄ້າ​ເສ​ລີຂອງ​ພາຍ​ໃນ​ປະ​ເທດ, ຈີນ​ຍັງ​ຕັ້ງ​ໜ້າ​ດຳ​ເນີນ​ການ​ກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ.
    ຕົວ​ເລກ​​ສະ​ຖິ​ຕິສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ​ປີ​ນີ້, ການ​ລົງ​ທຶນ​​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ຕົ້ນ​ຕໍ​​ແມ່ນລົງ​ທຶນ​ເຂົ້າ​ໃນ​​ດ້ານການ​ບໍ​ລິ​ການ​​ການ​ເຊົ່າ ແລະ ການ​ຄ້າ, ອຸດ​ສາ​ຫະ​ກຳ​ການຜະ​ລິດ, ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ການ​ຂາຍ​ຍ່ອຍ ແລະ ຂາຍ​ຍົກ, ສ່ວນ​ການ​ລຶງ​ທຶນ​​ຢູ່​ຕ່າງ​ປະ​ເທດ​ກ່ຽວ​ກັບ​ອະ​ສັງ​ຫາລິ​ມະ​ຊັບ, ກິ​ລາ​ແລະ ​ຂະ​ແໜງ​ການ​ບັນ​ເທິງ​ບໍ່​ມີ​ໂຄງ​ການ​ລົງ​ທຶນ​ເພີ່ມ​ໃໝ່.

ຄຳ​ເຫັນ

0