赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ FAO ​ຊົມ​ເຊີຍຈີນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

2018-10-18 16:30:24 CRI

ຕາມ​ຂ່າວ CRI: ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ ສ​ປ​ຊ (FAO)ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ສັບ​ປະ​ດາ​ທັນ​ຍາ​ຫານ​ໂລກ​ຢູ່​ທີ່ສຳ​ນັກ​ງານ​ໃຫຍ່​ທີ່​ນະ​ຄອນ​ຫຼວງ​ໂຣມ​ຂອງ​ອີ​ຕາ​ລີ​ແຕ່​ວັນ​ທີ 15-19 ຕຸ​ລານີ້ ເຊິ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ອອກ​ແຮງ​ເຄື່ອນ​ໄຫວ​​ຮ່ວມ​ກັນ ເພື່ອ​ລົບ​ລ້າງ​ຄວາມ​ຫຶດ​ຫິວ ແລະ​​ການຂາດ​ສານ​ອາ​ຫານໃນ​ທຸກ​ຮູບ​ແບບ. ເຈົ້າ​ໜ້າ​ທີ່​ອົງ​ການດັ່ງ​ກ່າວຍັງ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຈີນ​ແລະ​ປະ​ເທດ​ອື່ນໆ​ທີ່​ໄດ້​ສຸມ​ທຸກຄວາມ​ພະ​ຍາ​ຍາມ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ລົບ​ລ້າງ​ຄວາມ​ອຶດ​ຫິວ.

ໃນ​ກິດ​ຈະ​ກຳ​ສະ​ຫຼອງວັນ​ອາຫານ​ໂລກວັນ​ທີ 16 ຕຸ​ລານີ້ ທ່ານ​ໂຈ​ເຊ ກ​ຣກ​ເຊຍ​ໂນ ດາ​ຊີນ​ວາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ FAO ​ໄດ້​ກ່າວ​ຄຳ​ເຫັນ​ໂດຍ​ໄດ້​ຖື​ຈີນ, ເບຼ​ຊິນ, ເປ​ລູ​ແລະ​ປະ​ເທດ​ອື່ນໆ​ເປັນ​ຕົວ​ຢ່າງແລະ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ປະ​ເທດ​ເຫຼົ່າ​ນີ້​ທີ່​ໄດ້​ຫຼຸດ​ຈຳ​ນວນ​ປະ​ຊາກອນ​ຜູ້​​ອຶດ​ຫິວຢ່າງ​ຫຼວງ​ຫຼາຍ​ພາຍ​ໃນ​ເວ​ລາ​ອັນ​ສັ້ນໆ. ທ່ານ​ກ່າວ​ວ່າ, ຈີນ​ໄດ້​ໃຊ້​ຫຼາຍໆ​ມາດ​ຕະ​ການ​ປະ​ດິດ​ສ້າງ​ໃໝ່​ເຊັ່ນ ການ​ເຜີຍ​ແຜ່​ການ​ຄ້າ​ເອ​ເລັກ​ໂຕຼ​ນິກ​ເປັນ​ຕົ້ນ ເພື່ອ​​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ແລະ​ໄດ້​ເປັນ​ແບບ​ຢ່າງ​ໃນ​ດ້ານ​ການ​ພັດ​ທະ​ນາ​ແລ​ະ​ປະ​ດິດ​ສ້າງ​ດ້ານ​ກະ​ສິ​ກຳ, ໄດ້​ສະ​ສົມ​ບົດ​ຮຽນ​ແລະ​ເຕັກ​ນິກ​ຢ່າງ​ອຸ​ດົມ​ສົມ​ບູນ​ແລະ​ເປັນ​ບົດ​ຮຽນ​ທີ່​ມີ​ຄ່າ​ຕໍ່​ປະ​ເທດ​ອື່ນ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ອື່ນໆ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.

ຄຳ​ເຫັນ

0