黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກ​ຈີນພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງ​ແບນ​ຊິກ

2018-10-18 16:10:22 CRI

ຕອນ​ເຊົ້າວັນ​ທີ 17 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ຊາ​ເລັສ​ມີ​ແຊວ ນາຍົກລັດຖະມົນຕີ​ແບນ​ຊິກຢູ່​ນະຄອນຫຼວງບຣຸກ​ແຊນ ​​ໃນໂອກາດ​ຢ້ຽມຢາມ​ແບນ​ຊິກ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ປັດຈຸບັນ, ສາຍ​ພົວພັນ​ລະຫວ່າງ​ຈີນ-​ແບນ​ຊິກ​ໄດ້​ສືບ​ຕໍ່ຮັກສາ​ທ່ວງທ່າ​ພັດທະນາ​ເປັນ​ຢ່າງ​ດີ, ການ​ຮ່ວມມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍມີ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ ​ແລະ ​ດ້ານ​ວັດທະນະທຳກໍ​ມີການ​ແລກປ່ຽນ​​ກັນ​ຢ່າງໃກ້ຊິດ; ຈີນ​ຍິນ​ດີຮ່ວມ​ກັບ​ແບນ​ຊິກ ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ໃນ​ທຸກ​ລະດັບ; ​ໃນ​ສະຖານະ​ການ​ປັດຈຸບັນ, ຈີນ​ແລະ​ເອີຣົບ​ໃນ​ຖານະ​ເປັນ​ສອງ​ກຸ່ມ​ເສດຖະກິດ​ທີ່​ສຳຄັນ​ຂອງ​ໂລກ ຄວນ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ​ໂດຍ​ໄວ ​ໂດຍ​ແບ່ງ​ອອກ​ເປັນ​ແຕ່​ລະ​ກ້າວ​ແລະ​ແຕ່ລະ​ໄລຍະ ​ແລະ ສົ່ງ​ສັນຍານ​ອັນຕັ້ງໜ້າ​ຕໍ່​ພາຍ​ນອກວ່າຈີນ​ແລະ​ເອີຣົບສະໜັບສະໜູນ​ການ​ຄ້າ​ເສລີ, ​ເສດຖະກິດ​ໂລກາ​ພິວັດ ​ແລະ ປົກ​ປ້ອງ​ລະບົບ​ການ​ຄ້າຫຼາຍຝ່າຍ.

ທ່ານມີ​ແຊວ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ແບນ​ຊິກ-ຈີນ ​ໄດ້​ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ໝາຍ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ເອີຣົບ-ຈີນ ​ແລະ ການ​ຮ່ວມ​ມື​​ເອີຣົບ-ອາຊີ; ​ແບນ​ຊິກຍິນ​ດີ​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ຍຸດ​ທະ​ສາດ​ການ​ເຊື່ອມ​ຈອດ​ຂອງ​ສະຫະພາບ​ເອີຣົບກັບ​ຂໍ້ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຂອງ​ຈີນ, ສະໜັບສະໜູນ​ວິ​ສາ​ຫະກິດ​ແບນ​ຊິກ​ໄປ​ລົງທຶນ​ຢູ່​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດຕ່າງໆ ​ເຊັ່ນ: ​ເສດຖະກິດ​ການ​ຄ້າ, ກະສິກຳ, ວິທະຍາສາດ​ເຕັກນິກ, ພະລັງງານ​ນິວ​ເຄຼຍ ​ແລະ ການບິນ​ພົນລະ​ເຮືອນ, ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ຕະຫຼາດຝ່າຍ​ທີສາມ​ຢູ່​ອາ​ຟຣິກາ​ແລະອາຊີ ​ເພື່ອ​ບັນລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ; ​ແບນ​ຊິກ​ສະໜັບສະໜູນ​ລັດທິຫຼາຍຝ່າຍ ​ແລະ ການ​ຄ້າ​ເສລີ, ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະວີການ​ແລກປ່ຽນ​ແລະ​ປະສານ​ງານ​ກັນ​ໃນ​ບັນດາອົງການຫຼາຍຝ່າຍ ​ເຊັ່ນ ອົງການ​ສະຫະ​ປະຊາ​ຊາດ​ເປັນຕົ້ນ.

ຄຳ​ເຫັນ

0