李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ຕື່ມ​ອີກ

2018-10-19 15:56:45 cri

    ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ໃນການ​ຮ່ວມ​ມືດ້ານ​ພະ​ລັງ​ງານ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, 10 ກວ່າ​ປະ​ເທດ​ເຊັ່ນ: ປາ​ກີ​ສະ​ຖານ, ຊູ​ດັງ, ຕວກ​ກີ​ແລະ​​ປະ​ເທດອື່ນໆ ໄດ້​ຮ່ວມ​ກັບ​ຈີນ​ອອກ “ຖະ​ແຫຼງ​ການ​ຮ່ວມ​ຂັ້ນ​ລັດ​ຖະ​ມົນ​ຕີ​ເພື່ອ​ຮ່ວມ​ກັນ​ສ້າງ​​ຕັ້ງການ​ພົວ​ພັນ​​ການຮ່ວມ​ມື​ດ້ານ​ພະ​ລັງ​ງານ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ວັນ​ທີ 18 ຕຸ​ລານີ້.

    ຖະ​ແຫຼງ​ການ​ຮ່ວມ​ແມ່ນ​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊູ່​ໂຈ່ວ​ແຂວງ​ຈ່ຽງ​ຊູ່. ອີງ​ຕາມ​ຖະ​ແຫຼງ​ການ​ດັ່ງ​ກ່າວ, ບັນ​ດາ​ປ​ະ​ເທດ​ຈະ​ສຸມ​ໃສ່​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານ​ພະ​ລັງ​ງານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ເພີ່ມ​ພະ​ລັງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂອງ​ປ​ະ​ເທດ​ຕ່າງໆ.

    ພະ​ລັງ​ງານ ແມ່ນ​ຂົງ​ເຂດ​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ນັບ​ແຕ່​ການ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ” ເປັນ​ຕົ້ນ​ມາ, ບັນ​ດາ​ປະ​ເທດ​ໄດ້​ລົງ​ເລິກ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຢ່າງ​ບໍ່​ຢຸດຢັ້ງ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ຂະ​ແໜງ​ການ​ພະ​ລັງ​ງານ ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍ​ໂຄງ​ການ​ພະ​ລັງ​ງານ​ທີ່​ບົດ​ບົດ​ບາດ​ສຳ​ຄັນ​ແລະ​ເປີດ​ນຳ​ໃຊ້​ຢ່າງ​ສຳ​ເລັດ​ຜົນ​ ເຊິ່ງ​ໄດ້​ສ້າງ​ຜົນປະ​ໂຫຍດ​ທີ່​ດີ​ໃຫ້​ເສດ​ຖະ​ກິດ​ແລະ​ສັງ​ຄົມ​.

ຄຳ​ເຫັນ

0