黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ຂອງ​ຣັດ​ເຊຍ​ຢູ່​ຊີ​ຣີ​ບັນ​ລຸ​ເປົ້າ​ໝາຍ​

2018-10-19 16:37:36 cri

ວັນ​ທີ 18 ຕຸ​ລາ​ນີ້, ທ່ານວ​າ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ກ່າວ​ຢູ່​ນະ​ຄອນ​ໂຊ​ຊີ​ທີ່​ພາກ​ໃຕ້​ຂອງ​ຣັດ​ເຊຍ​ວ່າ, ການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ຂອງ​ຣັດ​ເຊຍ​ຢູ່​ຊີ​ຣີ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ໂດຍລວມ.

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ຂະ​ນະທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ປະ​ຈຳ​ປີ​ຂອງ​ເວ​ທີ​ໂຕ້​ອາ​ພີ​ສາ​ກົນ​ວານ​ໄດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຊ​ຊີ​ໃນ​ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ປູ​ຕິນ​ກ່າວ​ວ່າ, ຣັດ​ເຊຍ​ໄດ້​ຕັ້ງ​ເປົ້າ​ໝາຍ​​ເພື່ອ​ບໍ່​ໃຫ້​ຊີ​ຣີ​ກາຍ​ເປັນ “ແບບ​ໂຊ​ມາ​ລີ” 100% ແລະ​ອື່ນໆໃນ​ເວ​ລາ​ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ຢູ່​ຊີ​ຣີ. ໃນ​ຫຼາຍ​ປີ​ມາ​ນີ້, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ, ພວກ​ກໍ່​ການ​ຮ້າຍ​ສ່​ວນ​ຫຼາຍ​ຢູ່​ດິນ​ແດນ​ຊີ​ຣີ​ຖືກ​ດັບ​ສູນ, ດິນ​ແດນ 95% ຂອງ​ຊີ​ຣີ​ໄດ້​ຮັບ​ການ​ປົດ​ປ່ອຍ, ​ສາ​ມາດ​ຮັກ​ສາລະ​ບອບ​ການ​ເມືອງ​ຂອງ​ຊີ​ຣີ​ໄວ້​ໄດ້, ສະ​ຖາ​ນະ​ການ​ພາກ​ພື້ນ​ກໍ​ນັບ​ມື້​ນັບ​ໝັ້ນ​ທ່ຽງ. ​ໄລ​ຍະ​ຕໍ່​ໜ້າ​, ບັນ​ຫາ​ຊີ​ຣີ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ທາງ​ການ​ເມືອງ​ພາຍ​ໃຕ້​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0