李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ​ໜ້​າ ເສດ​ຖະ​ກິດ​ຈີນ​ມີ​ເງື່ອນ​ໄຂ​ທີ່​ສາ​ມາດ​ຮັກ​ສາ​ກາ​ນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ

2018-10-19 16:00:10 cri

    ທ່ານ ເມົາ​ເຊີ້ງ​ຢົງ ໂຄ​ສົກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 19 ຕຸ​ລານີ້​ວ່າ: ປີ​ໜ້າ, ເສດ​ຖະ​ກິດ​ຈີນ​ມີ​ເງື່ອນ​ໄຂ​​ທີ່​ສາ​ມາດ​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໄດ້.

    ທ່ານ ເມົາ​ເຊີ້ງ​ຢົງ ໄດ້​ໃຫ້​ຄຳ​ເຫັນ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ. ທ່ານ​ໃຫ້​ຮູ້​ວ່າ: ເມື່ອ​ເບິ່ງ​ຈາກ​ສະ​ພາບ​ລວມ​ໃນ 3 ໄຕ​ມາດ​​ທຳ​ອິດແລ້ວ​ເຫັນ​ວ່າ, ການ​ປະ​ກອບ​ອາ​ຊີບ​ຂອງ​ຈີນ, ອັດ​ຕາ​ວ່າງ​ງານ​ທີ່​ສຳຫຼວດ​ໃນ​ຕົວ​ເມືອງ ແລະ ຈຳ​ນວນ​ຜູ້​ປະ​ກອບ​ອາ​ຊີບ​ທີ່​ເພີ່ມ​ຂຶ້ນ​ໃໝ່​ໃນ​ຕົວ​ເມືອງ ​ລ້ວນ​ແຕ່ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ໜັກ​ແໜ້ນ​ສົມ​ຄວນ, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ, ທຶນ​ຕ່າງ​ປະ​ເທດ​ທີ່​ໄຫຼ​ເຂົ້າ ແລະ​ອື່ນໆ​ລ້ວນ​ແຕ່​ໄດ້​ຮັກ​ສາກ​ານ​ເພີ່ມ​ຂຶ້ນ​ອ່າວ​ໄວ, ການ​ນຳ​ເຂົ້າ​ກໍ​ໄດ້​​ເພີ່ມໄວ​ຂຶ້ນ​ໃນ​ແຕ່​ລະເດືອນ.

     ທ່ານ ເມົາ​ເຊີ້ງ​ຢົງ ກ່າວ​ຕື່​ມ​ວ່າ: ການ​ທີ່​ເສດ​ຖະ​ກິດ​ຈີນ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຄື​ເພີ່ມ​ຂຶ້ນປະ​ມານ 6,5% ໃນ​ປີນີ້ນັ້ນ ແມ່ນ​​ມີ​ເງື່ອນ​ໄຂ, ມີ​ຄວາມ​ສາ​ມາດ ແລະ ມີ​ຄວາມ​ໝັ້ນ​ໃຈ​ທີ່ສາ​ມາດ​ສຳ​ເລັດ​ໄດ້.

ຄຳ​ເຫັນ

0