尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ເນ​ຊູ​ເອ​ລາ​ແລະ​ເອກວາ​ດໍຕ່າງ​ກໍ່ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ກັນ​ແລະ​ກັນ

2018-10-19 15:59:22 cri

ວັນ​ທີ 18 ຕຸ​ລາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ປະ​ກາດ​ຈະ​ຂັບ​ໄລ່​ທ່ານນາງ ເອ​ລີ​​ຊາ​ເບດ ເມນ​ເດ​ສ໌ ອຸ​ປະ​ທູດຂອງ​ເອກວາ​ດໍ​ປະ​ຈຳ​ເວ​ເນ​ຊູ​ເອ​ລາ. ໃນ​ມື້​ດັ່ງ​ກ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ເອກວາ​ດໍ​ກໍ​ໄດ້​ປະ​ກາດຂັບ​ໄລ່​ທ່ານ ຄາ​ໂຣນ ເດວ​ກາ​ໂດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເວ​ເນ​ຊູ​ເອ​ລາ​ປະ​ຈຳ​ເອກວາ​ດໍ​ເຊັ່ນ​ກັນ.
 

ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ​ໄດ້​ຖະ​ແຫຼງວ່າ​​ທ່ານ​ນາງ ເອ​ລີ​ຊາ​ເບດ ເມນ​ເດ​ສ໌ ເປັນ​ຜູ້​ທີ່​ບໍ່​ເພິ່ງ​ປາ​ຖະ​ໜາ ໂດຍ​ຮຽກ​ຮ້ອງ​ໃຫ້​ທ່ານ​ນາງ​ຕ້ອງ​ອອກ​ຈາກ​ເວ​ເນ​ຊູ​ເອ​ລາ​ພາຍ​ໃນ 72 ຊົ່ວ​ໂມງ. ຖະ​ແຫຼງ​ການ​ຂຽນ​ວ່າ: ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາໄດ້​ຕັດ​ສິນ​ໃຈ​ໃນ​ເລື່ອງ​ດັ່ງ​ກ່າວຍ້ອນ​ລັດ​ຖະ​ບານ​ເອກວາ​ດໍ​ປະ​ກາດ​ໃນ​ມື້​ດຽວ​ກັນ​ວ່າ​ຂັ​ບ​ໄລ່​ເອກ​ອັກ​ຄະ​ລັດ​ຖະ​ທູດປະ​ເທດ​ຕົນປະ​ຈຳ​ເອກວາ​ດໍ,ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ທຳ​ລາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ໜັກ​ໜ່ວງ.

ຄຳ​ເຫັນ

0