黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົງຄາມ​ການ​ຄ້າ​ຮຸນ​ແຮງ​ຂຶ້ນຕື່ມ​ຈະ​ສ້າງຄວາມ​ສ່ຽງ​ຢ່າງ​​ໃຫຍ່ຫຼວງຕໍ່​ເສດຖະກິດ​ໂລກ

2018-10-19 16:07:40 CRI

ທ່ານ​ໂຣ​ເບີ​ໂຕ ອາ​ເຊ​ເວ​ໂດ ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ ຫຼື WTO​ ເຕືອນ​ໃນ​ວັນ​ທີ 17 ຕູ​ລາ​ນີ້​ຢູ່​ນະຄອນຫຼວງລອນ​ດອນ ປະ​ເທດ​ອັງກິດ​ວ່າ: ສົງຄາມ​ການ​ຄ້າ​ຮຸນ​ແຮງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ຈະ​ສ້າງຄວາມ​ສ່ຽງ​ຢ່າງ​ໃຫຍ່ຫຼວງ​ຕໍ່​ເສດຖະກິດ​ໂລກ ປັດຈຸບັນ, ການ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ພວມ​ຜະ​ເຊີນ​ວິ​ກິດ​ການ​ຢູ່.

ທ່ານ​ອາ​ເ​ຊເວ​ໂດ ​ໄດ້​ເຂົ້າຮ່ວມ​ງານ​ລ້ຽງ​ອາຫານ​ຄ່ຳ​ໃນ​ວັນ​ດັ່ງກ່າວ​ຢູ່​ນະຄອນຫຼວງລອນ​ດອນ ​ແລະ​ກ່າວ​ວ່າ: ນັກ​ເສດຖະສາດ​ຂອງ​ອົງການ​ການ​ຄ້າ​ໂລກ​ພວມ​ປະ​ເມີນ​ຄວາມ​ອາດ​ເປັນ​ໄປ​ໄດ້​ທຸກ​ຢ່າງ​ສຳລັບ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ມາ​ໂດຍ​ຕະຫຼອດ ລວມທັງ​ຜົນ​ກະທົບ​ຕ່າງໆ​ຈາກ​ສົງຄາມ​ການ​ຄ້າ​ຮອບດ້ານ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ຕາມ​ຜົນ​ການຄາດ​ຄະ​ເນ, ຖ້າ​ເກີດ​ສະພາບ​ການ​ທີ່​ການ​ຮ່ວມ​ມື​ການ​ຄ້າ​ສາກົນ​ພັງ​ທະລາ​ຍຢ່າງ​ສິ້ນ​ເຊິ​ງແລ້ວ ຈັງຫວະ​ການ​ເຕີບ​ໂຕ​ຂອງການ​ຄ້າ​ທົ່ວ​ໂລກ​ຈະຫຼຸດລົງຫຼາຍສຸດ 17%, ຈັງຫວະ​ການ​ເຕີບ​ໂຕ​ຂອງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຈະຫຼຸດລົງ 1,9% ​ແລະ ​ເຮັດ​ໃຫ້ຫຼາຍລ້ານ​ຄົນ​ວ່າງ​ງານ.

ທ່ານ​ອາ​ເຊ​ເວ​ໂດ ກ່າວ​ຕື່ມ​ວ່າ: ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ໝົດ​ທຸກ​ຄົນ, ປະຊາ​ຄົມ​ໂລກ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ເຮັດ​ໃຫ້​ສະຖານະ​ການ​ທີ່​ພວມເຄັ່ງ​ຕຶງ​ຢູ່ນັ້ນຜ່ອນຄາຍ​ລົງ, ຄວນ​ດຳ​ເນີນ​ການ​ສົນທະນາຫຼາຍກວ່າ​ເກົ່າ​ໃນ​ຂອບ​ສອງ​ຝ່າຍ ຫຼື ຂອບ​ອົງການ​ການ​ຄ້າ​ໂລກ ​ເພື່ອ​ຄົ້ນຄິດ​​ແຜນການ​ແກ້​ໄຂ​ບັນຫາ​​​ໃນ​ລະບົບ​ການ​ຄ້າຫຼາຍຝ່າຍ.

ຄຳ​ເຫັນ

0