黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ເສຍດາຍ​ທີ່​ອາ​ເມຣິກາ​ຕັດສິນ​ໃຈ​ຖອນ​ອອກ​ຈາກ UPU

2018-10-19 16:08:20 CRI

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນຖະ​ແຫຼງໃນ​ວັນ​ທີ 18 ຕຸລາ​ນີ້​ວ່າ: ຈີນ​ສະ​ແດງ​ຄວາມ​ເສຍ​ດາຍ​ທີ່​ອາ​ເມຣິກາ​ຕັດສິນ​ໃຈ​ຖອນ​ອອກ​ຈາກ​ສະຫະພັນ​ໄປສະນີສາກົນ ຫຼື UPU.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ມີ​ນັກ​ຂ່າວ​ສຳພາດວ່າ: ຈີນ​ມີ​ຄຳ​ເຫັນ​ແນວ​ໃດ​ທີ່ອາ​ເມຣິກາ​ຖອນ​ອອກ​ຈາກ UPU? ມີ​ຄຳ​ເຫັນ​ວິ​ເຄາະວ່າ ລັດຖະບານ​ໂດ​ໂນ ທຣຳ ປະ​ເທດ​ອາ​ເມຣິກາ​ໃຊ້​ການ​ເຄື່ອນ​ໄຫວ​​ແບບ​ນີ້​ມີ​ເຈຕະນາ​ຕໍ່​ຈີນ​ອີກ​ຄັ້ງ​ໃໝ່.

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ອາ​ເມຣິກາ​ໄດ້​ຕັດສິນ​ໃຈ ​ແລະ ຖອນ​ອອກ​ຈາກຫຼາຍອົງການ​ຈັດຕັ້ງສາກົນ​ມາ​ແລ້ວ. ອາ​ເມຣິກາພິຈາລະນາ​ຕາມ​ເລື່ອງ​ຄວາມ​ເປັນ​ໄປ​ຂອງ​ຕົນ​ເອງ, ​ແຕ່​ບໍ່​ຕ້ອງຍົກ​ຈີນ​ຂຶ້ນມາ​ເພື່ອ​ວິພາກ​ວິຈານ​ແລະ​ຖື​ເປັນ​ຂໍ້​ອ້າງ.

ທ່ານ​ລູ້​ຄ່າງ ກ່າວ​ຕື່ມ​ວ່າ: ພວກ​ຂ້າພະ​ເຈົ້າຮູ້ສຶກ​ເສຍດາຍ​ທີ່​ອາ​ເມຣິກາ​ຕັດສິນ​ໃຈ​ຖອນ​ອອກ​ຈາກສະຫະພັນ​ໄປສະນີ​ສາກົນ ຫຼື UPU. UPU ​ແມ່ນ​ອົງການ​ສະ​ເພາະ​ກິດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ​ໂດຍ​ຮັບຜິດຊອບ​ວຽກ​ງານ​ໄປສະນີ​ສາກົນ ​ແລະ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນລະຫວ່າງ​ປະ​ເທດ​ຕ່າງໆ ​ແລະ ຊຸກຍູ້ການ​ຄ້າ​​ໃຫ້​ມີ​ຄວາມ​ສະດວກ​ຍິ່ງ​ຂຶ້ນ. ຂະນະ​ທີ່​ຈີນ​ລິ​ເລີ່​ມ ​ແລະ ສຸມ​ໃສ່​ປົກ​ປ້ອງລັດທິຫຼາຍຝ່າຍມາ​ໂດຍ​ຕະຫຼອດ, ຕັ້ງໜ້າ​ເຂົ້າຮ່ວມ ​ແລະ ສະໜັບສະໜູນ​ວຽກ​ງານ​ຂອງ UPU. ຈີນຈະ​ສືບ​ຕໍ່​ພະຍາຍາມ​ຮ່ວມ​ກັບ​ບັນດາ​ຝ່າຍ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພາລະກິດ UPU.

ຄຳ​ເຫັນ

0