黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ມຽນມາ​ແລະ​ຜູ້ນຳ​ກຸ່ມ​ປະກອບ​ອາວຸດ​​ເຜົ່າ​ສ່ວນໜ້ອຍທ້ອງ​ຖິ່ນປະຊຸມ​ກັນ

2018-10-19 16:11:22 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່ປຶກສາ​ແຫ່ງ​ລັດ​ມຽນມາ, ທ່ານ​ມິນ​ອອງລາຍ ຜູ້​ບັນຊາ​ການ​ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ມຽນມາ ​ແລະ ຜູ້ຕາງໜ້າ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນໜ້ອຍ​ທ້ອງ​ຖິ່ນ 10 ກຸ່ມ ​ທີ່​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ ​ໄດ້​​ເຂົ້າຮ່ວມ​ກອງ​ປະຊຸມສະ​ເພາະທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ເນ​ປີ​ດໍ ​ເພື່ອ​ລະນຶກ​ການ​ເຊັນສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດຄົບຮອບ 3 ປີ.

​ໃນ​ກອງ​ປະຊຸມ, ບັນດາ​ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ຄື​ດັ່ງ​ນີ້: ໜຶ່ງ, ຈະ​ຈັດ​ “ກອງ​ປະຊຸມ​ສັນຕິພາບ​ປາງ​ລອງ​ສະຕະວັດ​ທີ 21” ອີກ 3 ຄັ້ງກ່ອນ​ປີ 2020 ​ເພື່ອ​ຕົກລົງຕາຕະລາງ​ເວລາ​ ແລະ ແຜນການ​ວຽກ​ງານ ໃນ​ການ​ກຳນົດຫຼັກການ​ພື້ນຖານ​ຂອງສະຫະພັນ​ປະຊາທິປະ​ໄຕ​. ສອງ, ບັນດາ​ຝ່າຍ​ລ້ວນ​ແຕ່​ຮັບຮອງ​ວ່າ​ມຽນມາ​ຄວນ​ມີ​ກອງ​ກຳລັງ​ປະກອບ​ອາວຸດ​ພຽງ​ແຕ່​ກອງ​ດຽວ ​ແຕ່​ໃນ​ນັ້ນຄວນ​ລວມທັງ​ກຸ່ມ​ປະກອບ​ອາວຸດ​ທ້ອງ​ຖິ່ນ​ຕ່າງໆ. ສາມ, ກຸ່ມ​ປະກອບ​ອາວຸດ​ທ້ອງຖິ່ນ 10 ກຸ່ມ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ເພາະ​ເທື່ອ​ນີ້​ລ້ວນ​ແຕ່​ກ່າວ​ວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ສັນຕິພາບ, ຊຸກຍູ້​ການ​ສ້າງ​ປະ​ເທດ​ສະຫະພັນ​ປະຊາທິປະ​ໄຕ. ​ແຕ່​ວ່າ, ຝ່າຍ​ຕ່າງໆ​​ບໍ່​ສາມາດບັນລຸ​ຄວາມ​ເ​ຫັນ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ບັນຫາ​ສິຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍໃນ​ກອງ​ປະຊຸມ​ດັ່ງກ່າວ.

ຄຳ​ເຫັນ

0