尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ພົບ​ປະ​ກັບ​ນາ​ຍົກ​ຫວຽດ​ນາມ

2018-10-19 10:54:38 cri

ຕອນ​ບ່າຍ​ວັນ​ທີ 18 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຫງຽວນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ອາ​ຊີ-ເອີ​ຣົບ​ຢູ່​ນະ​ຄອນ​ຫຼວງບ​ຣຸກ​ແຊນປະ​ເທດ​ແບນ​ຊິກ.
 

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ມີ​ທ່າ​ແຮງ​ພິ​ເສດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດ​ນາມ​ຖື​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ເປັນ​ຕົ້ນ​ຕໍ,ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ສ້າງຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ແລະ​ມີ​ຜົນ​ດີ​ຕໍ່​ຂະ​ບວນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ. ການ​ເປີດກວ້າງ​ຂະ​ໜາດ​ການ​ຄ້າ,ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ສອງ​ຝ່າຍ​ແບບ​ຍືນ​ຍົງແລະ​ມີ​ຄວາມ​ດຸ່ນ​ດ່ຽງ. ຮັດ​ແໜ້ນ​ການ​ແລກ​ປ່ຽນ​ຂອງ​ການ​ນຳ​ທຸກ​ລະ​ດັບ,ເພີ່ມ​ທະ​ວີ​ຄວາມສາ​ມັກ​ຄີ​ທີ່​ເປັນ​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,ປັບ​​ປຸງ​ພື້ນ​ຖານການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ. ຖືສະ​ພາບ​ລວມ​ເປັນ​ສຳ​ຄັນ,ແກ້​ໄຂ​ບັນ​ຫາ​ທາງ​ທະ​ເລ​ຢ່າງ​ເໝາະ​ສົມ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ກໍ​ຄື​ຂອງ​ພາກ​ພື້ນ.
 

ທ່ານ ຫງຽວນ​ຊວນ​ຟຸກ ກ່າວ​ວ່າ: ຫວຽດ​ນາມ​ແລະ​ຈີນ​ແມ່ນ​ອ້າຍ​ນ້ອງ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ,ການ​ນຳ​ຂັ້ນ​ສູງສອງ​ປະ​ເທດໄດ້​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ມີ​ຫຼາຍ​ຮູບ​ຫຼາຍ​ສີ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ. ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ຂອງ​ສອງ​ພັກ​ສອງ​ລັດ,ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ການ​ຄ້າ​ເສ​ລີ,ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ສ້າງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ຢູ່​ຫວຽດ​ນາມ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສ້າງ​ຄວາມ​ສາ​ມາດ​ການ​ຜະ​ລິດ,ພະ​ລັງ​ງານ​ສີ​ຂຽວ,ການ​ຂົນ​ສົ່ງ​ແລະຄົມ​ມະ​ນາ​ຄົມ​,ກະ​ສິ​ກຳແລະ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ທາງທະ​ເລ,ປັບ​ປຸງ​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາຢ່າງ​ຕັ້ງ​ໜ້າ​ໃນ​ການ​ຂະ​ຫຍາຍ​ ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ຄຳ​ເຫັນ

0