ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມຄັ້ງທີ 3 ຂອງກົນໄກປຶກສາຫາລືສອງຝ່າຍຈີນ-ຟິລິບປິນກ່ຽວກັບບັນຫາທະເລຈີນໃຕ້ ຫຼື BCM ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 18 ຕຸລານີ້ ໂດຍທ່ານ ຂົງຊວນໂຢ້ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ເອນຣິກ ມານາໂລ ຮອງລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ຕ່າງກໍໄດ້ນຳພາຄະນະຜູ້ແທນຂອງສອງປະເທດເຂົ້າຮ່ວມ.
ສອງຝ່າຍເຫັນວ່າ, ໃນຖານະເປັນເວທີປຶກສາຫາລືຢ່າງໃກ້ຊິດຕາມກຳນົດເວລາຂອງຝ່າຍ, ກົນໄກ BCM ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງໜັກແໜ້ນ. ສອງຝ່າຍໄດ້ແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານຊ່ອງທາງດັ່ງກ່າວ, ໄດ້ປ້ອງກັນແລະຄວບຄຸມເຫດການທີ່ເກີດຂຶ້ນໂດຍບັງເອີນທາງທະເລໃຫ້ເໝາະສົມ, ທັງໄດ້ເພີ່ມທະວີການປຶກສາຫາລືແລະການຮ່ວມມືທາງທະເລຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນວ່າ, ກອງປະຊຸມຄັ້ງນີ້ມີບັນຍາກາດຟົດຟື້ນ ແລະໄດ້ຮັບຄວາມໜ້າຢ່າງຫຼວງຫຼາຍ.
ສອງຝ່າຍເຫັນວ່າ, ເວທີຫຼາຍຝ່າຍອື່ນໆ ເຊິ່ງລວມທັງການພົວພັນເຈລະຈາຈີນ-ອາຊຽນ, ເວທີປຶກສາຫາລືພາກພື້ນອາຊຽນ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະອື່ນໆ ແມ່ນມີບົດບາດສຳຄັນທີ່ສຸດໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ສອງຝ່າຍກ່າວເນັ້ນໜັກວ່າ: ຈະສຸມໃສ່ຈັດຕັ້ງປະຕິບັດ “ຖະແຫຼງການການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ທີ່ເຊັນກັນໃນປີ 2002 ຢ່າງບັງເກີດຜົນແລະຮອບດ້ານ, ທັງເຫັນດີເພີ່ມທະວີການຮ່ວມມືກັບປະເທດອື່ນໆໃນອາຊຽນຢ່າງໃກ້ຊິດ ແລະບັນລຸຄວາມເປັນເອກະພາບກັນກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້” ຫຼື COC ໂດຍໄວ.
ຄຳເຫັນ
0