黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ພົບ​ປະ​ກັບ​ທ່ານ​ຢາງເຈ​ຊື

2018-10-19 16:40:01 cri

ຕາມ​ຂ່າວ CRI: ວັນ​ທີ 18 ຕຸ​ລາ​ນີ້, ທ່ານວ​າ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ພົບ​ປະ​ກັບ​ທ່ານ​ຢາງ​ເຈຊື, ກຳ​ມະ​ການ​ກົມ​ການ​ເມືອງ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ທີ່​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ວານ​ໄດ​ຢູ່​ນະ​ຄອນ​ໂຊ​ຊີ​ປະ​ເທດ​ຣັດ​ເຊຍ.

ທ່ານ​ປູ​ຕິນ​ ກ່າວ​ວ່າ, ຄວາມ​ເປັນ​ເອ​ກ​ກະ​ພາບ​ສຳ​ຄັນ​ຕ່າງໆ​ທີ່​ປະ​ມຸກ​ລັດ​ຣັດ​ເຊຍ​ແລະ​ຈີນ​ບັນ​ລຸ​ນັ້ນ​ພວມ​​ຖືກ​ຈັດ​ຕັ້ງປ​ະ​ຕິ​ບັດ​ຕົວ​ຈິງ. ຣັດ​ເຊຍ​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ທີ່​ພັດ​ທະ​ນາ​ໃນ​ລະ​ດັບ​ສູງ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໃກ້​ຊິດ​ໃນ​ທຸກ​ລະ​ດັບ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ທີ່ສັບ​ສົນ​ແລະ​ມີ​ການ​ຜັນ​ແປ​ຢ່າງ​ຫຼວງ​ຫຼາຍ, ຣັດ​ເຊຍ​ແລະ​ຈີນ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ປະ​ສານ​ງານ​ຕື່ມ​ອີກ, ຮັກ​ສາ​ແລະ​ຊຸ​ກ​ຍູ້​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ສອ​ງ​ປະ​ເທດ​ແລະ​ສັນ​ຕິ​ພາບ​ແລະ​ການ​ພັ​ດ​ທະ​ນາ​ຂອງ​ໂລກ.

ທ່ານ​ຢາງ​ເຈ​ຊື ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ, ​ຈັດ​ຕັ້ງປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ຮ່ວມ​ກັນ, ໂດຍ​ສະ​ເພາະ​ຈະ​ລົງ​ເລິ​ກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງງານ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ, ການ​ປະ​ດິດ​ສ້າງ​ໃໝ່​, ​ການ​ພົວ​ພັນທ້ອງ​ຖິ່ນ​ແລະ​ອື່ນໆ.

ຄຳ​ເຫັນ

0