黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ສອງປອດ​ໃສ” ຈະ​ນຳພາ​ເສດຖະກິດ​ພາກສ່ວນ​ເອກະ​ຊົນຂອງ​ຈີນ​ກ້າວ​​ສູ່ອະນາຄົດ

2018-10-19 16:58:44 CRI

ສອງ​ມື້​ຜ່ານ​ມາ, ນະຄອນ​ເວິ່ນ​ໂຈ່​ວ ​ແຂວງ​ເຈີ້​ຈ່ຽງ ​ໄດ້​ຈັດ​ກອງ​ປະຊຸມ​ສົ່ງ​ເສີມການ​ສ້າງ​ເຂດ “ສອງປອດ​ໃສ” ທີ່​​ນຳ​ໜ້າ​ຍຸກ​ໃໝ່ ​ແລະ ກິດຈະກຳ​ຕ່າງໆ ​ເຊັ່ນ: ​ເວທີ​ປຶກສາ​ຫາລື “ສອງປອດ​ໃສ” ​ໃນ​ຍຸກ​ໃໝ່​ຂອງ​​ເວິ່ນ​ໂຈ່​ວຈີນຄັ້ງທຳ​ອິດ. ​ໂດຍ​ຜ່ານຈາກ​ການ​ເປັນຕົ້ນກຳ​ເນີ​ດ​ຂອງເສດຖະກິດ​ພາກສ່ວນ​ເອກະ​ຊົນ​ຂອງ​ຈີນ ຈົນ​ກ້າວ​ຂຶ້ນ​ເປັນ​ຜູ້​ນຳ​ໜ້າ “ສອງ​ປອດ​ໃສ” , ນະຄອນ​ເວິ່ນ​ໂຈ່​ວ​ໄດ້​ແບກ​ຫາບ​ພາລະ​ກຳ​ປະຫວັດສາດ​ແຫ່ງ​ “ຜູ້​ຄົ້ນຫາ​ຊ່ອງທາງ” ​ແລະ “ຜູ້​ນຳ​ໜ້າ” ຂອງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ອີກ​ຄັ້ງ​ໃໝ່.

“ສອງປອດ​ໃສ” ​​ໄດ້​ສະ​ເໜີ​ອອກ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ທີ່​ຈັດ​ຂຶ້ນ​ໃນ​ປີຜ່ານມາ ​ໂດຍ​ມີ​ຈຸດປະສົງ​ເພື່ອ “ສ້າງ​ການ​ພົວພັນ​ຮູບ​ການ​ໃໝ່ລະຫວ່າງ​ລັດຖະບານ-ວົງ​ການທຸລະ​ກິດທີ່​​ໃກ້ຊິດ​ແລະ​ໂປ່​ງ​ໃສ, ຊຸກຍູ້ພາກສ່ວນ​ເສດຖະກິດ​​ບໍ່​ແມ່ນ​ຂອງ​ລັດ​​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ ແລະ ຊຸກຍູ້​ບຸກຄົນ​ໃນ​ວົງ​ການພາກສ່ວນເສດຖະກິດ​ບໍ່​ແມ່ນຂອງ​ລັດ​ໃຫ້​ເຕີບ​ໂຕ​ຢ່າງ​ປອດ​ໃສ”. ​ຕະຫຼອດລຍະ 40 ປີຜ່ານມາ, ວິ​ສາ​ຫະກິດ​​ເອກະ​ຊົນ​ຂອງ​ຈີນ​ໄດ້ນຳ​ໃຊ້​ຊັບພະຍາກອນ​ເກືອບ 40% ​ແຕ່​ພັດ​ສາມາດ​ພັດທະນາ GDP ​ໄດ້ຫຼາຍກວ່າ 60%, ​ເສຍ​ອາກອນ​ໄດ້ຫຼາຍກວ່າ 50%, ​ໄດ້​ປະກອບສ່ວນ​ໃນ​ການ​ປະດິດ​ສ້າງ​ເຕັກນິກ​ໃໝ່​ແລະ​ພັດທະນາ​ຜະລິດ​ຕະພັນ​ໃໝ່ຫຼາຍກວ່າ 70% ​ແລະ ສະໜອງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ໄດ້ຫຼາຍກວ່າ 80%.

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ​ໄດ້​ເນັ້ນໜັກວ່າ: “ສອງ​ປອດ​ໃສ” ບໍ່​ພຽງ​ແຕ່ມີ​ຄວາມ​ສຳຄັນ​ຕໍ່​ດ້ານ​ເສດຖະກິດເທົ່າ​ນັ້ນ, ​ແຕ່​​ຍັງ​ມີ​ຄວາມ​ສຳຄັນ​ຕໍ່​ທາງ​ດ້ານ​ການ​ເມືອງອີກ​ດ້ວຍ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ເນັ້ນໜັກ​ອີກ​ຄັ້ງ​ໜຶ່ງ​ໃນຂະນະ​ທີ່​ໄປ​ຢ້ຽມຢາມ​ຢູ່​ແຂວງຫຼຽວໜິງວ່າ: ຄວນ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ເອກະ​ຊົນ​, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນຕື່ມ​ອີກ.

​ໃນ​ມາດ​ຕະການ​ເຫຼົ່ານີ້, ມີ​ເນື້ອ​ໃນ​ສຳຄັນ 3 ຂໍ້​ ນັ້ນກໍ​ຄື: ກ່ອນ​ອື່ນ, ສ້າງ​ການ​ພົວພັນ​ຮູບ​ການ​ໃໝ່ລະຫວ່າງລັດຖະບານ-ວົງ​ການທຸລະ​ກິດທີ່​ໃກ້ຊິດ ​ແລະ ​ໂປ່​ງ​ໃສ. ສອງ, ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ ​ແລະ ສາມ, ສຸມ​ກຳລັງ​​ເພື່ອສົ່ງ​ເສີ​ມຈິດ​ໃຈ​ນັກທຸລະກິດ.

ນ້ຳ​ຢອດ​ໜຶ່ງ​ສາມາດຫັກ​ເຫ​ແສງ​ສະຫວ່າງຂອງ​ດວງ​ຕາ​ເວັນ. ນະຄອນ​ເວິ່ນ​ໂຈ່​ວ​ໃນ​ຖານະ​ເປັນ​ເຂດ​ທົດ​ລອງ “ສອງ​ປອດ​ໃສ” ​ເຂດ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ, ການຄົ້ນຄວ້າ​ແລະ​ພຶດຕິ​ກຳ​ຂອງ​ເວິ່ນ​ໂຈ່​ວ​ໃນ​ອະນາຄົດບໍ່​ພຽງ​ແຕ່​ຈະ​ບຸກ​ເບີກ​ໃຫ້​ກຳ​ເນີ​ດ “ຮູບ​ແບບ​ເວິ່ນ​ໂຈ່​ວ” ​ໃໝ່​ຂອງການ​ບໍລິການ-ການ​ຄຸ້ມ​ຄອງ​ຂອງລັດ​ ​ແລະ ​ການ​ພັດທະນາ​ເສດຖະກິດ​ພາກສ່ວນ​ເອກະ​ຊົນ​ຈີນ​ຢ່າງ​ມີ​ຄຸນ​ນະພາ​ບສູງເທົ່າ​ນັ້ນ, ​ແຕ່​ຍັງ​ຈະຊຸກຍູ້​ເສ​ດຖະກິດ​ຈີນ​ໃຫ້​ພັດທະນາ​​ໄດ້ຢ່າງ​ໜັກ​ແໜ້ນ​ແລະໝັ້ນຄົງ​ຍາວ​ນານອີກ​ດ້ວຍ.

ຄຳ​ເຫັນ

0