尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດຮອງ​ນາ​ຍົກ​ມາ​ເລ​ເຊຍ​ຖືກ​ຈັບ​ຕົວ

2018-10-19 16:00:28 cri

ວັນ​ທີ 18 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການ​ຕ້ານ​ກາ​ນ​ສໍ້​ລາດ​ບັງ​ຫຼວງ​ຂອງ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ຈັບ​ຕົວ​ທ່ານ ອາ​ເມດ ຊາ​ຮີດ ຮາ​ມີ​ດີ ​ອະ​ດີດ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​,ອົງ​ການ​ໄອ​ຍະ​ການ​ຈະ​ກ່າວ​ຟ້ອງ​ຕໍ່​ທ່ານ​​ໃນ​ວັນ​ທີ 19 ຕຸ​ລາ​ນີ້ໃນ​ຂໍ້​ຫາ​ຖືກ​ສົງ​ໄສວ່າ​ກະ​ທຳ​ຜິດ​ໃນ​ການສໍ້​ລາດ​ບັງ​ຫຼວງ​ແລະຟອກ​ເງິນ.
 

ຖະ​ແຫຼງ​ການ​ກ່າວ​ວ່າ: ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ການ​ສືບ​ສວນ​ຕໍ່​ທ່ານ ​ອາ​ເມດ ຊາ​ຮີດ ຮາ​ມີ​ດີໃນການ​ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ,ບໍ່​ມີ​ຄວາມຊື່​ສັດແລະ​ການ​ຟອກ​ເງິນ​ເປັນ​ຕົ້ນ,​ການ​ທີ່ທ່ານ​ໄດ້​ຖືກ​ຈັບ​ຕົວ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສືບ​ສວນ​ດັ່ງ​ກ່າວ.
 

ກ່ອນ​ໜ້າ​ນີ້,ທ່ານ ອາເມດ ຊາ​ຮີດ ຮາ​ມີ​ດີ ໄດ້​ຖືກ​ສອບສວນ​ຈາກ​ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼາຍ​ເທື່ອ,ການສອບ​ສວນ​ຕໍ່​ທ່ານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​​ກ່ຽວ​ຂ້ອງ​ກັບ​ກອງ​ທຶນ​ວົງ​ຕະ​ກຸນທີ່ທ່ານ​ຄຸ້ມ​ຄອງ​ນັ້ນ​ອາດ​ຈະ​ຖືກ​ນຳ​ໃຊ້​ຢ່າງ​ຜິດ​ກົດ​ໝາຍ.
 

ກ່ອນ​ທ່ານ ອາເມດ ຊາຮີດ ຮາ​ມີ​ດີ​ຖືກ​ຈັບ, ທ່ານ ນາ​ຈິບ ຕຸນ ຣາ​ຊັກ ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ຖືກ​ກ່າ​ວ​ຟ້ອງ​ໃນ​ຂໍ້​ຫາ​ຫຼາຍກວ່າ 30 ຂໍ້ຫາຄື:ຖືກ​ສົງ​ໄສ​ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ,ບໍ່​ມີ​ຄວາມ​ຊື່​ສັດ​ແລະ​ຟອກ​ເງິນ​ຍ້ອນ​ຄະ​ດີ​ກ່ຽວ​ກັບບໍ​ລິ​ສັດ​ພັດ​ທະ​ນາ​ໜຶ່ງມາ​ເລ​ເຊຍ​​ກໍ​ຄື​ບໍ​ລິ​ສັດ​ສາ​ຂາດັ່ງ​ກ່າວ.

ຄຳ​ເຫັນ

0