黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​: ຫວັງ​ໃຫ້​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ນັບ​ມື້​ນັບ​ໃກ້​ຊິດກວ່າ​ເກົ່າ

2018-10-19 16:38:15 cri

ຕາ​ມ​ຂ່າວ CRI: ວັນ​ທີ 18 ຕຸ​ລ​າ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ ອັກ ມອ​ສ​ຕັນ ຮອງ​ເລ​ຂາ​ທິ​ກາ​ນ​ໃຫຍ່​ອາ​ຊຽນ​ກ່າວ​ວ່າ, ອາ​ຊຽນ​ຖື​ທັດ​ສະ​ນະຄະ​ຕິ​ເປີດ​ປະ​ຕູ​ແລະ​ການ​ຄ້າ​ເສ​ລີ​ຕະ​ຫຼອດ​ມາ, ຫວັງ​ໃຫ້​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ນັບ​ມື້​ນັບ​ໃກ້​ຊິດກວ່າ​ເກົ່າ.

ທ່ານ​​ມອ​ສ​ຕັນ ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊາວ​ໜຸ່ນ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 18 ຕຸ​ລາ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ, ຊາວ​ໜຸ່ມ​ມີ​ອິດ​ທິ​ພົນ​ຢ່າງ​ໃຫຍ່​ຫຼວງ, ເຂົາ​ເຈົ້າ​ມີ​ບົດ​ບາດ​ອັນ​ຫຼາຍ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ອາ​ຊຽນ​ແລະ​ຈີນ. ທ່ານ​ໄດ້​ມີ​ຂໍ້​ສະ​ເໜີ​ສາມ​ຂໍ້​ວ່າ: ໜຶ່ງ, ຊາວ​ໜຸ່ມ​ຄວນ​ຮັກ​ສາ​ກຳ​ລັງ​ປະ​ດິດ​ສ້າງ​ໃໝ່​ແລະ​​ມີ​ຄວາມ​ສົນ​ໃຈ, ຈຶ່ງ​ຈະ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​ໄດ້​ດີກວ່າ​ເກົ່າ; ສອງ, ຊາວ​ໜຸ່ມ​​ຄວນມີ​ຈິດ​ໃຈ​ຮັກ​ແພງ​ເປັນ​ຫ່ວງ​ເປັນ​ໃຍ, ຄວນ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນຂອງ​ປະ​ເທດ​ຕ່າງໆ, ສຸດ​ທ້າຍ, ຊາວ​ໜຸ່ມ​ຄວ​ນ​ໃຊ້​ເວ​ລາ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ພະ​ຍາ​ຍາມ​ສ​ແຫວງ​ກຳ​ແໜ້ນ​ແລະ​ໂອ​ກາດ​ທີ່​ດີ​ໃນ​ປັດ​ຈຸ​ບັນ. ທ່ານ​ຫວັງ​ຢ່າງ​ຈິງ​ໃຈ​ວ່າ​ຊາວ​ໜຸ່ມ​ສາ​ມາດ​ກາຍ​ເປັນ​ແມ່​ແຮງ​ແລະ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0