黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ໄຕ້​ຫວັນເກືອບ 90% ເຫັນ​ວ່າ​ຕົນ​ເອງຄື​ຊົນ​ຈີນ

2018-10-19 16:39:01 cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ແຂ່ງ​ຂັນ​ໄຕ້​ຫວັນ​ໄດ້​ປະ​ກາດ​ຜົນ​ການ​ຢັ່ງ​ປະ​ຊາ​ມະ​ຕິ 6 ເດືອນ​ທ້າຍ​ປີ 2018 ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ເຫັນ​ດີ​ເຫັນ​ພ້ອມ​ເປັນ​ຊົນ​ຊາດ​ຈີນຂອງ​ປະ​ຊາ​ຊົນ​ໄຕ້​ຫວັນ​ຢູ່​ນະ​ຄອນ​ໄ​ຕ້​ເປີ​ໃນ​ວັນ​ທີ 18 ຕຸ​ລາ​ນີ້, ຜົນ​ການ​ຢັ່ງປະ​ຊາ​ມະ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ປະ​ຊາ​ຊົນ 87% ຂຶ້ນ​ໄປ​ເຫັນ​ວ່າ​ຕົນ​ເອງ​ຄື​ຊົນ​ຊາດ​ຈີນ, ນອກ​ນີ້​ມີ 62% ເຫັນ​ວ່າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ເຕົ້າ​ໂຮມ​ເຂົ້າ​​ກັນເປັນ​ເອ​ກະ​ພາບໃນ​ອະ​ນາ​ຄົດ.

ຜົນ​ການຢັ່ງປະ​ຊາ​ມະ​ຕິ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ໄຕ້​ຫວັນ​ 58,3% ເຫັນ​ວ່າ​ຕົນ​ເອງ​ແມ່ນ​ຄົນ​ຈີນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ 6 ເດືອນ​ຕົ້ນ​ປີ​ນີ້​ເພີ່ມ​ຂຶ້ນ 6,4%. ປະ​ຊາ​ຊົນ​ໄຕ້​ຫວັນ 87,3% ເຫັນ​ວ່າ​ຕົນ​ເອງ​ຄື​ຊົນຊາດ​ຈີນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ 6 ເດືອນ​ຕົ້ນ​ປີ​ນີ້​ເພີ່ມ​ຂຶ້ນ 0,6%, ເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ອັດ​ຕາ​ທີ່​ປະ​ຊາ​ຊົນ​ໄຕ້​ຫວັນ​ເຫັນ​ດີ​ເຫັນ​ພ້ອມ​ເປັນ​ຊົນ​ຊາດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ.

ຖ້າ​ວ່າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ບໍ່​ສາ​ມາດ​ຮັກ​ສາ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ໄດ້, ປະ​ຊາ​ຊົນ​ໄຕ້​ຫວັນ 61,5% ເຫັນ​ວ່າ​ຄວາມ​ເປັນ​ໄປ​ໄດ້​ທີ່​ສອງ​ຝັ່ງຈະ​ເຕົ້າ​ໂຮມ​ເຂົ້າ​ກັນເປັນ​ເອ​ກະ​ພາບ​​ນັ້ນ​ມີ​ຫຼາຍສົມ​ຄວນ, ແລະ​ 61,5% ​ເຫັນ​ວ່າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເຕົ້າ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ​ມີ​ຜົນ​ດີ​ຕໍ່​ອະ​ນາ​ຄົດ​ຂອງ​ໄຕ້​ຫວັນ.

ຄຳ​ເຫັນ

0