李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ-ກຳ​ປູ​ເຈຍ​ພົບ​ປະ​ກັນ

2018-10-19 15:55:28 cri

     ຕອນ​ບ່າຍ​ວັນ​ທີ 18 ຕຸ​ລານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຢູ່ບ​ຣຸກ​ແຊນ​ປະ​ເທດແບນ​ຊິກ.

    ໂອ​ກາ​ດ​ດັ່ງ​ກ່າວ, ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ຈີນ-ກຳ​ປູ​ເຈຍ​ມີມິດ​ຕະ​ພາບ​ຢ່າງ​ເລິກ​ເຊິ່ງ ແລະ​ຜ່ານ​ເວ​ລາ​ຍິ່ງ​ດົນ​ກໍ​ຍິ່ງ​ໝັ້ນ​ຄົງ. ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ ແລະ ເປີດກວ້າງ​ຂະ​ໜາດ​ການ​ຄ້າ. ຈີນ​ຍິນ​ດີ​ສື​ບ​ຕໍ່​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ເປັນ​ທ່າ​ແຮງ​ຂອງ​ກຳ​ປູ​ເຈຍ, ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ທີ່​ມີ​​ທ່າ​ແຮງ​ຕົວ​ຈິງ​ໄປ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ ເພື່ອ​ບັນ​ລຸ​​ເປົ້າ​ໝາຍຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫ້​ດີກວ່າ​ເກົ່າ. ຂະ​ນະ​ດຽວ​ກັນ, ​ຈີນ​ກໍ​ຈະສະ​ໜັບ​​ສະ​ໜູນກຳ​ປູ​ເຈຍ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ເອີ​ຣົບ​ຄັ້ງ​ໜ້າ​ໃຫ້​ດີ.

    ທ່ານ ຮຸນ​ແຊນ ກ່າວ​ວ່າ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ້​ສຽງ ໄດ້​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ໃນ​ຕົ້ນ​ປີນີ້ ແລະ​ເປັນ​ປະ​ທານ​ຮ່ວມ​ຂອງກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ອັນ​ໄດ້​ເພີ່​ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ສາຍ​ພົວ​ພັນ​ກຳ​ປູ​ເຈຍ-ຈີນ​ແລະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ກຳ​ປູ​ເຈຍ​ຍິນ​ດີ​ຮ່ວມ​ກັບ​​ຈີນສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ໜຽວ​ແໜ້ນ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັນ​ໃນ​ກິດ​ຈະ​ການ​ສາ​ກົນ​ແລະ​ພາກ​ພື້ນ, ເປີດກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ກະ​ສິ​ກຳ​ແລະ​ຂະ​ແໜງ​ການ​ອື່ນໆ. ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ມາ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ. ກຳ​ປູ​ເຈຍ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ໜ້າ ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັບ​ຈີນ​ໃນ​ດ້ານນີ້.

ຄຳ​ເຫັນ

0