赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ

2018-10-26 14:58:27 cri

图片默认标题_fororder_成员大会1
(ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ)

ຕາມ​ຂ່າວ CRI: ເພື່ອ​ສ້າງ​ກົນ​ໄກ​ຮ່ວມ​ມື​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ສາ​ກົນ​ລະ​ຫວ່າງ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ, ສ້າງ​ເວ​ທີ​ຊົມ​ໃຊ້​ຂໍ້​ມູນ​ແລະ​ແລກ​ປ່ຽນ​ດ້ານ​ວິ​ສາ​ການ​ສາ​ກົນ​ຂອງ​ການ​ສຶກ​ສາ​ດ້ານ​ວິ​ຈິດ​ສິນ, ເພີ່ມ​ທະ​ວີ​ການ​ຮ່ວມ​ກັນ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ດ້ານ​ວິ​ຈິດ​ສິນ, ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ຮຽນ​ວິ​ຈິດ​ສິນກວາງ​ຊີ​ທີ່​ເມືອງ​ໜານ​ນິງ ເຊິ່ງ​ຜູ້​ຕາງ​ໜ້າ​ຂອງ​ໂຮງ​ຮຽນ​ວິ​ຈິດ​ສິນ​ຊັ້ນ​ສູງ​ຂອງ​ຈີນ 8 ແຫ່ງ​ແລະ​ໂຮງ​ຮຽນ​ວິ​ຈິດ​ສິນ 11 ແຫ່ງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 25 ຕຸ​ລານີ້.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ພິ​ຈາ​ລະ​ຂາ​ແລະ​ຜ່ານ​ຮັບ​ຮອງ​ລະ​ບຽບ​ການ​ຂອງ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ, ໄດ້​ຫາ​ລື​ກ່ຽວ​ກັບ​ກົນ​ໄກ​ເຮັດ​ວຽກ, ວາງ​ແຜນ​ການ​ວຽກ​ງານ​ໃນ​ໄລ​ຍະ​ຕໍ່​ໄປ ແລະ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈັດ​ຫົວ​ໜ່ວຍ​ປະ​ທານ​ປະ​ຈຳ​ຢູ່​ຈີນ​ແລະ​ອາ​ຊຽນ, ຈັດ​ຫົວ​ໜ່ວຍ​ປະ​ທ່ານ​ໝູນ​ວຽນ ເຊິ່ງ​ຈະ​ໃຫ້​ໂຮງ​ຮຽນ​ຝ່າຍ​ຈີນ​ແລະ​ຝ່າຍ​ອາ​ຊຽນ​ພັດ​ປ່ຽນ​ກັນຮັບ​ໜ້າ​ຕຳ​ແໜ່ງ​ດັ່ງ​ກ່າວ.

ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ທ່ານ​ເຈິ້ງ​ຈຸ່ນ​ລີ ອະ​ທິ​ການ​ບໍ​ດີ​ຂອງສະ​ຖາ​ບັນ​ວິ​ຈິດ​ສິນກວາງ​ຊີ ຊີ້​ອອກວ່າ, ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຂຶ້ນ​ຕົ້ນ​ຕໍ​ແມ່ນ​ສະ​ຫຼຸບ​ໝາກ​ຜົນ​ທີ່​ໄດ້​ຮັບ​ນັບ​ແຕ່​ການ​ສ້າງ​ຕັ້ງ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ເປັນ​ຕົ້ນ​ມາ, ຫາ​ລື​ກັນ​ຕື່ມ​ກ່ຽວ​ກັບ ລະ​ບຽບ​ການ​ຂອງ​ສະ​ຫະ​ພັນ, ສ້າງ​ກົນ​ໄກ​ແລກ​ປ່ຽນ​ແລະ​ກົນ​ໄກ​ຊົມ​ໃຊ້ ເຊິ່ງ​ສະ​ຫະ​ພັນ​ດັ່ງ​ກ່າວ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ​ໂຮງ​ຮຽນ​ວິ​ຈິດ​ສິນ​ຊັນ​ສູງ​ຂອງ​ຈີນ-ອຳ​ນ​ໃນ​ດ້ານ​ການ​ແລກ​ປ່ຽນ​ນັກ​ຮຽນ​ນັກ​ສຶກ​ສາ, ການ​ຄົ້ນ​ຄວ້າ​ການ​ສຶກ​ສາ, ການ​ປະ​ດິດ​ສ້າງ​ດ້ານ​ສິນ​ລະ​ປະ​ແລະ​ອື່ນໆ.

图片默认标题_fororder_成员大会2
(ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ)

ທ່ານ​ນາງ​ຈັນ​ທະ​ວີ ສຸ​ກຽດ​ພະ​ນົງ ຫົວ​ໜ້າ​ສູນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ອົງ​ການ​ຈັດ​ຕັ້ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ອາ​ຊຽນ​ປະ​ກອບ​ຄຳ​ເຫັນ​ໂດຍ​ຊີ້​ອອກວ່າ, ສູນ​ພັດ​ທະ​ນາ​ການ​ສຶກ​ສາ​ຊັ້ນ​ສູງ​ໄດ້​ສຸມ​ໃສ່​ການ​ຍົກ​ສະ​ມັດ​ຕະ​ພາບ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ ແລະ​ໃຫ້​ມີ​ບົດ​ບາດ​ສູງ​ຂຶ້ນ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງນີ້. ການ​ສ້າງ​ເປັນ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ ບໍ່​ພຽງ​ແຕ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ດ້ານ​ສິນ​ລະ​ປະ​ລະ​ຫວ່າງ​ສອງ​ຝ່າຍ​ທໍ່​ນັ້ນ, ຍັງ​ຈະ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງວັດ​ທະ​ນະ​ທຳ​ພາກ​ພື້ນ​ອີກ​ດ້ວຍ. ສູນ​ການ​ພັດ​ທະ​ນ​ການ​ສຶກ​ສາ​ຊັ້ນ​ສູງ​ສຸດ​ທິ​ສະ​ໜັບ​ສະ​ໜຸນ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ລະ​ຫວ່າງ​ສາ​ກົນ, ການ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຕົ້ນ, ເພື່ອ​ສ້າງ​ບຸກ​ຄົນ​ຜູ້​ມີ​ຄຸນ​ທາດ​ສູງ​ແລະ​ສາ​ມາດສືບ​ທອດ​ສິນ​ລະ​ປະ​ປະ​ເພ​ນີໄດ້.

 

图片默认标题_fororder_成员大会3
(ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ)

ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ ເມື່ອ​ວັນ​ທີ 16 ມິ​ນາ 2017 ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ທີ່​ປະ​ກອບ​ດ້ວຍ​ໂຮງ​ຮຽນ​ວິ​ຈິດ​ສິນຊັ້ນ​ສູງ 19 ແຫ່ງ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ.

ສະ​ຫະ​ພັນ​ດັ່ງ​ກ່າວ​ຈະ​ສຸມ​ໃສ່​ການ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສະ​ມາ​ຊິກ​ຕ່າງໆ, ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ ແລະ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ນຳ​ກັນ, ພະ​ຍາ​ຍາມ​ສ້າງ​ກິດ​ຈະ​ກຳ​ສັບ​ປະ​ດາ​ດົນ​ຕີ​ຈີນ-ອາ​ຊຽນ, ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ຟ້ອນ​ຈີນ-ອາ​ຊຽນ, ແລະ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ສາ​ວະ​ກຳ​ການ​ກໍ່​ສ້າງ​ ພ້ອມ​ທັງ​ກິດ​ຈະ​ກຳ​ຕ່າງໆ​ທີ່​ສ້າງ​ຂຶ້ນ​ໂດຍ​ປິ່ນ​ປ້ອມ​ປີ​ແລກ​ປ່ຽນ​ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຊຽນ 2019 ທີ່​ຈະ​ມາ​ເຖິງນີ້.

ຄຳ​ເຫັນ

0