尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ຈີນຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

2018-11-05 10:38:42 cri

图片默认标题_fororder_1
ວັນ​ທີ 4 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢູ່​ນະ​ຄອນ​ຊຽງ​ໄຮ.

ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບທ່ານ ທອງ​ລຸນ ສີ​ສຸ​ລິດ​ທີ່ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​​ຄ້າ​ນຳເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​. ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ລາວໄດ້​ຢູ່​ໃນໄລ​ຍະທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ໂດຍ​ຜະ​ເຊີນ​ກັບ​ສະ​ຖາ​ນະ​ການ​ໃໝ່​ແລະ​ສິ່ງ​ທ້າ​ທາຍ​ໃໝ່,ສອງ​ປະ​ເທດ​ຄວນ​ຮັດ​ແໜ້ນ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ດ້ານ​ຍຸດ​ທະ​ສາດ​ເຊິ່ງ​ກັນ​ແລະ​ກັນ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ຄຸ້ມ​ຄອງ​ພັກແລະ​ປົກ​ຄອງ​ປະ​ເທດ​ເຊິ່ງກັນ​ແລະ​ກັນ. ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່ຕິດ​ແທດ​ຕົວ​ຈິງ​ໃຫ້​ໄດ້​ຮັບ​ການ​ຍົກ​ລະ​ດັບ​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ,ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ລາວ,ຮັບ​ປະ​ກັນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໃຫ້ສາ​ມາດ​ດຳ​ເນີນ​ໄປຢ່າງ​ສະ​ດວກ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ການ​ກູ້​ໄພ​ແລະ​ຂົງ​ເຂດ​ອື່ນໆ,ຈັດ​ກິດ​ຈະ​ກຳ​ປີ​ທ່ອງ​ທ່ຽວ​ຈີນ-ລາວ​ໃນ​ປີ​ໜ້າໃຫ້​ດີ. ຄວນ​ຮ່ວມ​ມື​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
图片默认标题_fororder_2

ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ຈີນ. ໃນ​ເດືອນ​ພະ​ຈິກ​ປີ 2017, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນໄດ້​ຢ້ຽມ​ຢາມ​ລາວ​ຢ່າງ​ສຳ​ເລັດ​ຜົນ ຊຶ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ຂະ​ຫຍາຍສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​-ສອງລັດ​ຂອງ​ສອງ​ປະ​ເທດ. ຜົນ​ສຳ​ເລັດ​ທີ່​ສຳ​ຄັນທີ່​ທ່ານ​ເຫັນ​ດີ​ຮັບ​ຮອງ​ເອົາໃນ​ການ​ຢ້ຽມ​ຢາມ​ຜ່ານ​ມາ,ທາງ​ລົດ​ໄຟ​ລາວ-ຈີນແລະ​ໂຄງ​ການ​ທີ່​ສຳ​ຄັນ​ອື່ນໆ​ ​​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ໝັ້ນ​ທ່ຽງ. ປະ​ເທດລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຈາກ​ການ​ຮ່ວມ​ມື​ດ້ານ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຂອບ​ໃຈຝ່າຍຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ຕົນ. ຝ່າຍ​ລາວ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ,ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບທີ່​ສຳ​ຄັນ​​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ-ສອງ​ລັດໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ,ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໝັ້ນ​ຄົງ,ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ການ​ປະ​ສານ​ສົມ​ທົບ​ກັນ,ລົງ​ເລິກ​ການ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,​ເພື່ອເປັນ​ເພື່ອນ​ບ້ານ​ທີ່​ດີ,ໝູ່​ເພື່ອນ​ທີ່​ດີ,ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີຕະ​ຫຼອດ​ໄປ.

 

 

ຄຳ​ເຫັນ

0